ລັດເຊຍກ່າວປະນາມເລື່ອງຕວກກີຕັ້ງໃຈຍິງເຮືອບິນຂອງລັດເຊຍຕົກ

ລັດເຊຍກ່າວປະນາມເລື່ອງຕວກກີຕັ້ງໃຈຍິງເຮືອບິນຂອງລັດເຊຍຕົກ - ảnh 1
ເຮືອບິນ​ຂອງ​ລັດ​ເຊຍ​ຕົກ
(ພາບ: RT)

(vovworld) - ​​ວັນ​ທີ 23/12, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ Kanashenkov ຖື​ວ່າ, ໃນ​ພາກຕົວ​ຈິງ​ ຝ່າຍ​ຕວກ​ກີ ​ໄດ​້​​ຮັບ​ຮອງມີ​ແຜນ​ການ​ກ່ອນ​ທີ່​ເກ​ີດ​ເຫດ​ຍິງ​ຕົກ​ເຮືອ​ບິນ Su 24 ຂອງ​ລັດ​ເຊຍ ​ທີ່​ພວມ​ເຂົ້າ​ຮ່ວມ​ການ​ຕໍ່​ສ​ູ້​ຕ້ານ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ເມື່ອ​ວັນ​ທີ 24/11. ທ່ານ Kanashenkov ໄດ້​ຍົກ​ອອກ​ຄຳ​ກ່າວ​ຫາ​ດັ່ງ​ກ່າວ ພາຍ​ຫຼັງ​ສື່ມວນ​ຊົນ​ຕວ​ກ​ກີ ຄັດ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ລັດ​ຖະ​ບານ​ຕວກ​ກີ Numan Kurtulmus, ປະ​ກາດ​ບັນ​ດາ​​ຂໍ້​ມ​ູ​​ນຂ່າວ​​ຊັດ​ເຈນ​ກ່ຽວ​ກັບ​ຈຳ​ນວນ​ຖ້ຽວ​ບິນ​ສ​ູ້​ຮົບ​ຂອງກອງ​ທັບ​ອາ​ກາດ​ລັດ​ເຊຍ ຢູ່​ຊີ​ຣີ. ​ທ່ານ Kanashenkov ຖື​ວ່າ, Ankara ໄດ້​ຊີ້​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ມີ​ຂໍ້​ມູນ​​ກ່ຽວ​ກັບ​ບັນ​ດາ​ຖ້ຽວ​ບິນ​ໂ​ດຍກອງ​ທັບ​ລັດ​ເຊຍ ​ສົ່ງ​ໃຫ້​ອາ​ເມ​ລິກ​າ ຕາມ​ຂໍ້​ຕົກ​ລົງ 2 ຝ່າຍ ແລະ ອາ​ເມ​ລິ​ກາ ໄ​ດ້້​ແບ່ງ​ປັ​ນ​ກັບ​ຕວກ​ກີ ຄື​ກັນ​ກັບ​ພັນ​ທະ​ມິດ. ຕາມ​ທ່ານ Kanashenkov ແລ້ວ, ເມື່ອ​ຍິງ​ເຮືອ​ບິນ Su 24 ຕົກ, ກອງ​ບັນ​ຊາ​ການ​ກອງ​ທັບ​ຕວກ​ກີ ໄດ້​ຮູ້​ເວ​ລາ ແລະ ເຂດ​ທີ່​ເຮືອ​ບິນ​ລັດ​ເຊຍ ປະ​ຕິ​ບັດ​​ໜ້າ​ທີ່​ຕໍ່​ສ​ູ້​ຂອງ​ຕົນ​ຢ່າງ​ຊັດ​ເຈນ. ສະ​ນັ້ນ, ຄຳ​ຖະ​ແ​ຫຼງ​ຂອງ​ໂຄ​ສົກ​ລັດ​ຖະ​ບານ​ຕວກ​ກີ ອາດ​ໄ​ດ້​ຮັບ​ຖື​ວ່​າ​ແມ່ນ​ຄຳ​ຢືນ​ຢັນ​ທາງ​ການ ກ່ຽວ​ກັບ “ແຜນ​ການ​ຍິງ​ເຮືອ​ບິນ​ລັດ​ເຊຍ ຕົກ​ຢູ່​ນ່ານ​ຟ້າ​ຊີ​ຣີ ແລະ ເຂັ່ນ​ຂ້າທະ​ຫານ​ລັດ​ເຊຍ”.

ຂ່າວ/ບົດ​ອື່ນ