ລັດເຊຍກ່າວຫາຝ່າຍຕາເວັນຕົກຂີດຂວາງຮ່າງມະຕິກ່ຽວກັບຢູແກຼນ

ລັດເຊຍກ່າວຫາຝ່າຍຕາເວັນຕົກຂີດຂວາງຮ່າງມະຕິກ່ຽວກັບຢູແກຼນ - ảnh 1
​ໂຄງ​ສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Alexander Lukashenvich

(vovworld) – ​ໃນ​ຖະ​ແຫຼ​ງການ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ວັນ​ທີ 19/6, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Alexander Lukashenvich ຮຽກຮ້ອງ​ໃຫ້​ບັນດາ​ປະ​​ເທດ ກຳມະການ​ສະພາ​ຄວາມ​ໝັ້ນຄົງ ສປຊ ສະໜັບສະໜູນ​ຮ່າງ​ມະຕິ​ກ່ຽວ​ກັບ ຢູ​ແກຼນ ​ໂດຍ​ມົດ​ສກູ ສະ​ເໜີ​ໃນ​ສະພາບ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ ​ແລະ ວິ​ກິດ​ການ​ມະນຸດສະທຳ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ຢູ່​ພາກ​ຕາ​ເວັນ​ອອກສ່ຽງ​​ໃຕ້ ຢູ​ແກຼນ.

    ກ່ຽວ​ຂ້ອງ​ເຖິງ​ຖະ​ແຫຼ​ງການ​ຂອງ ຢູ​ແກຼນ ຊຶ່ງຈະ​ແບ່ງ​ກຳນົດຊາຍ​ແດນ​ກັບ ລັດ​ເຊຍ ພຽງ​ລຳພັງ​ຝ່າຍ​ດຽວ​, ທ່ານ Lukashenvich ຖະ​ແຫຼ​ງມົດສກູ ຫວັງ​ວ່າ ກີ​ແອບ ຈະ​ບໍ່​ປະຕິບັດ​ວຽກ​ງານ​ນີ້. ກ່ອນ​ໜ້າ​ນັ້ນ, ວັນ​ທີ 17/6 ຜ່ານ​ມາ, ລັດ​ເຊຍ ​ໄດ້​ຍື່ນ​ສະ​ເໜີ​ຮ່າງ​ມະຕິ​ສະບັບ​ໃໝ່​ກ່ຽວ​ກັບ ຢູ​ແກຼນ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ວິ​ກິດ​ການ​ມະນຸດສະທຳ​ຢູ່ ພາກ​ຕາ​ເວັນ​ອອກສ່ຽງ​​ໃຕ້ ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

    ວັນ​ທີ 19/6, ສະພາ​ແຫ່ງ​ຊາດ ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ສະໜອງ​ໃຫ້​ກອງທັບ 50 ລ້ານ USD ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ອາວຸດ ​ແລະ ບັນດາ​ພາຫະ​ນະ​ປົກ​ປ້ອງ​ນາຍ​ທະ​ຫານ​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕ້ານ​ກຳລັງທ່ວງ​ເອົາຫັນ​ພາກ​ຕາ​ເວັນ​ອອກ​ເປັນ​ສະຫະພັນ.

 



ຂ່າວ/ບົດ​ອື່ນ