ລັດເຊຍກ່າວເຕືອນຝ່າຍຕາເວັນຕົກລະເມີດບັນດາຫຼັກການຂອງWTO

ລັດເຊຍກ່າວເຕືອນຝ່າຍຕາເວັນຕົກລະເມີດບັນດາຫຼັກການຂອງWTO - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin
(ພາບ: vtv.vn)

(​vovworld) – ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ຕຳ​ນິ​ຕິ​ຕຽນ​ສະ​ຫະ​ພາບ​ ເອີ​ລົບ (EU) ແລະ ອາ​ເມ​ລິ​ກາ ຢ່າງ​ແຮງ ຍ້ອນ​ລະ​ເມີດ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO) ເມື່ອ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ມົດ​ສະ​ກູ ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່ ຢູ​ແກຼນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ລັດ​ຖະ​ບານ​ໃນ​ວັນ​ທີ 18/9, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ເນັ້ນ​ໜັກ​ວ່າ: ເລື່ອງ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົ​ງ​ໂທດ​ແນ​ໃສ່ ລັດ​ເຊຍ ແມ່ນ​ການ​ຍົ​ກ​ເລີກ​ບັນ​ດາຫຼັກ​ການ​ພື້ນ​ຖານ WTO ຂອງ​ຄູ່​ຮ່ວມ​ມື​ຈຳ​ນວນ​ໜຶ່ງ​ຂອງ ລັ​ດ​ເຊຍ. ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ຕິ​ບັດ​ດ້ວຍ​ຈຸດ​ປະ​ສົງ​ການ​ເມືອງ ເຊິ່ງບໍ່​ປະ​ຕິ​ບັດ​ຕາມບໍ່​ວ່າຫຼັກ​ການ​ໃດ​ຂອງ WTO. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ໃຫ້​ຮູ້​ວ່າ: ມົດ​ສະ​ກູ ບໍ່​ມີ​ເຈດ​ຈຳ​ນົງ​ລົງ​ໂທດ​ບັນ​ດາ​ປະ​ເທດ ຝ່າຍ​ຕາ​ເວັນ​ຕົກ ຍ້ອນ​ວ່າ​ຄຳ​ສັ່ງ​ລົງ​ໂທດ​ດັ່ງ​ກ່າວ, ເນັ້ນ​ໜັກ​ບັນ​ດາ​ມາດ​ຕະ​ການນີ້​ນັບ​ມື້​ນັບ​ທ້າ​ທາຍ ລັດ​ເຊຍ ເພິ່ມ​ທະ​ວີ​ກຳ​ລັງ​​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ ແລະ ຊຸກ​ຍູ້​ການ​ແກ່ງ​ແຍ້ງ​ຍິ່ງ​ເປັນ​ທົດ​ສອບ.

 



ຂ່າວ/ບົດ​ອື່ນ