ລັດເຊຍ,ຈີນມີປະຕິກິລິຍາກ່ຽວກັບຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ຂອງອາເມລິກາ

(VOVWORLD) -ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວໃນວັນທີ 19 ທັນວາ, ໂຄສົກວັງ Kremlin, Dmitry Peskov ຖະແຫຼງວ່າ ບໍ່ອາດຮັບຮູ້ຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ຂອງອາເມລິກາ ທີ່ກຳນົດວ່າ ລັດເຊຍ ແມ່ນໄພນາບຂູ່ສຳລັບອາເມລິກາ

ລັດເຊຍ,ຈີນມີປະຕິກິລິຍາກ່ຽວກັບຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ຂອງອາເມລິກາ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: REUTERS)

ແລະ ຖືວ່າ, ຍຸດທະສາດດັ່ງກ່າວສະແດງໃຫ້ເຫັນເລື່ອງ “ອາເມລິກາບໍ່ກຽມພ້ອມຈະປະລະນະໂຍບາຍຝ່າຍດຽວ”. ຕາມທ່ານ Peskov ແລ້ວ, ຍຸດທະສາດໃໝ່ຂອງອາເມລິກາ ຄວນໄດ້ຄົ້ນຄວ້າຢ່າງລະອຽດກວ່າ.

        ແລະກໍ່ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ ຄວາຈວນຢິງ ກໍຕຳນິຕິຕຽນຍຸດທະສາດຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ ເຊິ່ງທ່ານປະທານາທິບໍດີອາເມລິກາ Donald Trump ຫາກໍ່ປະກາດ, ໃນນັ້ນໃຫ້ຂໍ້ສັງເກດວ່າ ຈີນ ແມ່ນ “ສິ່ງທ້າທາຍສຳລັບກຳລັງແຮງຂອງອາເມລິກາ”. ທ່ານນາງ ຄວາຈວນຢິງ ຮຽກຮ້ອງໃຫ້ອາເມລິກາ “ຢຸດຕິການເສກສັນປັ້ນແຕ່ງບັນດາເປົ້າໝາຍຍຸດທະສາດຂອງຈີນ”, ພ້ອມທັງຢືນຢັນວ່າ, “ຈີນ ຈະບໍ່ເດີນຕາມນະໂຍບາຍສ້າງຜົນປະໂຫຍດໃຫ້ປະເທດຕົນ ດ້ວຍວິທີກໍ່ຄວາມເສຍຫາຍໃຫ້ປະເທດອື່ນໆຢ່າງເດັດຂາດ”.

ຕອບກັບ

ຂ່າວ/ບົດ​ອື່ນ