ລັດເຊຍຈະບຸກໂຈມຕີທາງອາກາດຢູ່ຊີຣີຈົນເວລາISຖືກດັບສູນທັງໝົດ

ລັດເຊຍຈະບຸກໂຈມຕີທາງອາກາດຢູ່ຊີຣີຈົນເວລາISຖືກດັບສູນທັງໝົດ - ảnh 1
ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ
​ຕ່າງປະ​ເທດ ​ເລັດ​ເຊຍ Sergei Lavrov
(ພາບ: Reuters)

(vovworld) – ​ ​ ວັນ​ທີ 03/02 ກ່າວ​ຄຳ​ເຫັນ​ຕໍ່ວົງ​ການ​ນັກ​ຂ່າວ​ໃນ​ການ​ຢ້ຽມຢາມ Oman, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລັດ​ເຊຍ Sergei Lavrov ຢືນຢັນ​ວ່າ: ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ລັດ​ເຊຍ ທີ່​ເລັ່ງ​ໃສ່​ບັນດາ​ອົງການ​ກໍ່​ການ​ຮ້າຍ​ຄື IS ​ແລະ ​ແນວ​ໂຮມ Al-Nusra (​ເປັນ​ສາຂາ​ໜຶ່ງ​ຂອງ​ເຄືອ​ຂ່າຍກໍ່​ການ​ຮ້າຍ​ສາກົນ Al-Qeada) ຢູ່ ຊີຣີ ຈະ​ບໍ່​ຢຸດ​ໄວ້​ຈົນ​ຮອດ​ເວລາ​ບັນດາ​ອົງການ​ກໍ່​ການ​ຮ້າຍຖືກ​ດັບ​ສູນ​ທັງ​ໝົດ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Lavrov ​ເນັ້ນ​ໜັກ​ວ່າ: ທ່ານ​ຍັງ​ບໍ່​ທັນ​ເຫັນ​ເຫດຜົນ ​ເພື່ອ​ຢຸດຕິການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຕ້ານ​ກໍ່​ການ​ຮ້າຍຂອງ ລັດ​ເຊຍ ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

        ​ເລັດ​ເຊຍ ​ເລີ່​ມຕົ້ນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເລັ່ງ​ໃສ່​ບັນດາ​ອົງການ​ກໍ​່ການ​ຮ້າຍ​ຢູ່ ຊີຣີ ນັບ​ແຕ່​ທ້າຍ​ເດືອນ 9 ປີ 2015 ຕາມຂໍ້ສະ​ເໜີ​ຂອງ​ອຳ​ນາດ​ການ​ປົກຄອງ ຊີຣີ.

ຂ່າວ/ບົດ​ອື່ນ