ລັດເຊຍຍິງລູກສອນໄຟຈາກກ່ຳປັ່ນດຳນ້ຳບຸກໂຈມຕີISເປັນຄັ້ງທຳອິດ

ລັດເຊຍຍິງລູກສອນໄຟຈາກກ່ຳປັ່ນດຳນ້ຳບຸກໂຈມຕີISເປັນຄັ້ງທຳອິດ - ảnh 1
(ພາບປະກອບ)

(vovworld) – ​ ​ ​ ວັນ​ທີ 08/12 ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລັດ​ເຊຍ ທ່ານ Sergei Shoigu ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ໄດ້​ບຸກ​ໂຈມ​ຕີ​ບັນດາ​​ເປົ້າໝາຍ​ຂອງ​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ຢູ່ ຊີຣີ ​ເປັນ​ຄັ້ງ​ທຳ​ອິດ ດ້ວຍ​ບັນດາ​ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ກ່ຳ​ປັ່ນ​ດຳ​ນ້ຳ​ທີ່​ຢູ່ ທະ​ເລ​ເມ​ດີ​ແຕຣາ​ເນ. ຕາມ​ທ່ານ Shoigu, ບັນດາ​ຈຸດໝາຍ​ນີ້ ຂອງ​ລູກ​ສອນ​ໄຟ​ແມ່ນສະຖານ​ທີ່ກໍ່​ການ​ຮ້າຍ 2 ​ແຫ່ງ​ທີ່ມີ​ຂອບ​ຂະ​ໜາດ​ໃຫຍ່ ​ນອນ​ໃນ​ບໍລິ​ເວນ​ແຂວງ Raqqa ​ແລະ ລັດ​ເຊຍ ​ໄດ້​ແຈ້ງ​​ໃຫ້​ຝ່າຍ Israel  ​ແລະ ອາ​ເມ​ລິ​ກາ ຊາບ​ກ່ອນກ່ຽວ​ກັບ​ແຜນ​ການ​ຍິງ​ລູກ​ສອນ​ໄຟ​ຈາກ​ກ່ຳ​ປັ່ນດ​ຳນ້ຳ​ນີ້.

        ​ແລະ​ໃນ​ວັນ​ດຽວ​ກັນ, ກອງທັບ ​ເຢຍລະ​ມັນ​ໃຫ້​ຮູ້​ວ່າ: ວັນ​ທີ 10/12 ຈະມາ​ເຖິງ, ​ເຢຍລະ​ມັນ ​ເລີ່​ມ​ຜັນ​ຂະຫຍາຍ​ບັນດາ​ເຮືອບິນ​ສອດ​ແນ່​ມ Tornado ​ແລະ ພົນທະຫານ 40 ຄົນ ​ເຖິງ ຕວກກີ ​ເພື່ອ​ເຂົ້າ​ຮ່ວມ​ກຳລັງ​ທະຫານ​ປະສົມ​ຕ້ານ​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ. ນອກຈາກນັ້ນ, Berlin ກໍ່​ຈະ​ຜັນ​ຂະຫຍາຍ ​ກອງ​ເຮືອຮົບ ​ປ້ອງ​ກັນກ່ຳ​ປັ່ນ​ເດີ່ນບິນ Charles de Gaulle ຂອງ ຝະລັ່ງ ຢູ່ ທະ​ເລ​ເມ​ດີ​ແຕຣາ​ເນ.

 

ຂ່າວ/ບົດ​ອື່ນ