ລັດເຊຍຢຸດຕິການຮ່ວມມືກັບອາເມລິກາໃນຂອບເຂດບົດບັນທຶກຊ່ວຍຈຳຫຼີກລ່ຽງການປະທະກັນໃນເຂດນ່ານຟ້າຊີຣີ

(VOVWORLD) -ວັນທີ 19 ມິຖຸນາ, ກະຊວງປ້ອງກັນປະເທດລັດເຊຍ ຖະແຫຼງວ່າ ໄດ້ຢຸດຕິການຮ່ວມມືກັບອາເມລິກາ ໃນຂອບເຂດບົດບັນທຶກຊ່ວຍຈຳຫຼີກລ່ຽງການປະທະກັນໃນເຂດນ່ານຟ້າຊີຣີ ພາຍຫຼັງເຮືອບິນ Su-22 ຂອງປະເທດຕາເວັນອອກກາງນີ້ຖືກທະຫານປະສົມໂດຍອາເມລິກາ ນຳໜ້າຍິງຕົກໃນວັນທີ 18 ມິຖຸນາ.
ລັດເຊຍຢຸດຕິການຮ່ວມມືກັບອາເມລິກາໃນຂອບເຂດບົດບັນທຶກຊ່ວຍຈຳຫຼີກລ່ຽງການປະທະກັນໃນເຂດນ່ານຟ້າຊີຣີ - ảnh 1 (ພາບປະກອບ: Reuters)

ຄຳຖະແຫຼງຂອງກະຊວງປ້ອງກັນປະເທດລັດເຊຍ ຊີ້ແຈ້ງວ່າ, ນັບແຕ່ວັນທີ 19 ມິຖຸນາ, ກະຊວງດັ່ງກ່າວຈະຢຸດຕິບັນດາຂອດການຕິດຕໍ່ກັບອາເມລິກາ ໃນຂອບເຂດບົດບັນທຶກຊ່ວຍຈຳກ່ຽວກັບການຫຼີກລ່ຽງການປະທະກັນ ແລະ ຄວາມປອດໄພການບິນ ໃນເວລາປະຕິບັດບັນດາບັ້ນບຸກໂຈມຕີທາງອາກາດຢູ່ຊີຣີ, ພ້ອມທັງຮຽກຮ້ອງໃຫ້ກອງບັນຊາການກຳລັງທະຫານຂອງອາເມລິນາ ດຳເນີນການສືບສວນຢ່າງລະອຽດ ແລະ ແຈ້ງໝາກຜົນກໍ່ຄືບັນດາມາດຕະການທີ່ໄດ້ປະຕິບັດ. ກະຊວງປ້ອງກັນປະເທດລັດເຊຍ ກໍ່ຕຳນິຕິຕຽນເລື່ອງອາເມລິກາ ບຸກໂຈມຕີເຮືອບິນຂອງກຳລັງກອງທັບອາກາດຊີຣີ, ຖືວ່ານັ້ນແມ່ນການກະທຳລະເມີດກົດໝາຍສາກົນ, ລະເມີດອະທິປະໄຕຂອງປະເທດຕາເວັນອອກກາງນີ້ຢ່າງຮຸນແຮງ, ແມ່ນການກະທຳ “ຮຸກຮານດ້ານການທະຫານ” ຕ້ານຊີຣີ, ເຊິ່ງແມ່ນປະເທດສະມາຊິກຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ