ລັດເຊຍຢືນຢັນການພົວພັນຄູ່ຮ່ວມມືຍຸດທະສາດກັບເວເນຊູເອລາ

(VOVWORLD) -ລັດເຊຍ ຈະສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເວເນຊູເອລາ ໃນອາຍຸການທີ 2 ຂອງທ່ານປະທານາທິບໍດີ Nicolas Maduro, ພ້ອມທັງຢືນຢັນວ່າ ຈະໜູນຊ່ວຍດ້ານເສດຖະກິດໃຫ້ແກ່ປະເທດອາເມລິກາລາຕິງ ນີ້.

ຖະແຫຼງການຂອງກະຊວງການຕ່າງປະເທດລັດເຊຍ ຖືກຍົກອອກມາໃນວັນທີ 11 ມັງກອນ, ໂດຍຊີ້ແຈ້ງວ່າ, 2 ປະເທດຈະສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ, ຄືດັ່ງໄດ້ສະແດງອອກຜ່ານບັນດາການເຈລະຈາຫວ່າງມໍ່ໆມານີ້ລະຫວ່າງການນຳ 2 ປະເທດ, ພ້ອມທັງຈະພັດທະນາເປັນປົກກະຕິໃນທຸກຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ລັດເຊຍ ຈະສືບຕໍ່ໜູນຊ່ວຍ ເວເນຊູເອລາ ເພື່ອຊ່ວຍໃຫ້ປະເທດນີ້ຜ່ານຜ່າສະພາບເສດຖະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ