ລັດເຊຍຢາກໃຫ້ອາເມລິກາເຂົ້າຮ່ວມວິວັດທະນາການສັນຕິພາບຢູ່ຢູແກຼນ

ລັດເຊຍຢາກໃຫ້ອາເມລິກາເຂົ້າຮ່ວມວິວັດທະນາການສັນຕິພາບຢູ່ຢູແກຼນ - ảnh 1
(ພາບປະກອບ: AFP/TTXVN)

​(vovworld) – ລັດ​ເຊຍ ຫວັງ​ວ່າ ອາ​ເມ​ລິ​ກາ ອາດ​ຈະ​ກີດຂວາງ​ອຳນາດ​ການ​ປົກຄອງ​ສູນ​ກາງ​ຢູ​ແກຼນ ດຳ​ເນີນ​ບັນດາ​ບັ້ນ​ຮົບ​ໃໝ່ ​ແນ​ໃສ່​ກຳລັງ​ທວງ​ເອົາ​ເອກະລາດ​ຢູ່​ພາກຕາ​ເວັນ​ອອກຂອງປະ​ເທ​ດ​ນີ້. ວັນ​ທີ 19/05, ທ່ານ​ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Frigory Karasin ​ໃຫ້​ຮູ້​ວ່າ ມົດ​ສະ​ກູ ພວມ​ຊອກ​ຫາ​ວິທີ​​ເກັ້ຍກອມ ​ວໍ​ຊິງ​ຕັນ ​ເຮັດ​ສິ່ງ​ນັ້ນ ​ແລະ ຖື​ວ່າ ອາ​ເມ​ລິ​ກາ​ກໍ່​ພວມ​ເຫັນ​​ໄດ້​ສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ Minsk ຂອງ ​ເບ​ລາຣຸດ ​ເມື່ອ​ເດືອນ 02 ຜ່ານ​ມາ. ​ເມື່ອ​ເຈລະຈາ​ກັບ​ຜູ້​ຊ່ວ​ຍວຽກ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ Victoria Nuland ພວມ​ຢ້ຽມຢາມ ລັດ​ເຊຍ. ທ່ານ Karasin ​ໄດ້​​​ຕັກ​ເຕືອນວໍ​ສິງ​ຕັນ ອາດ​ຈະກໍ່​ຜົນ​ສະທ້ອນ​ເຖິງ Kiev ​ເພື່ອ​ແນ​ໃສ່​ດຳ​ເນີນ​ການ​ເຈລະຈາ​ຢ່າງ​ໝັ້ນຄົງ​ກັບ​ບັນດາ​ປະ​ເທດ ສ.Lugansk ​ແລະ Donetsk ອ້າ​ງຊື່​ເອງ. ທ່ານ​ເນັ້ນ​ໜັກວ່າ, ບໍ່​ວ່າຄວາມ​ມານະ​ພະຍາຍາ​ໃດໆ​ເພື່ອ​ແນ​ໃສ່​ຮັບປະກັນ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຍາວ​ນານ​ໃນ​ວິ​ກິດ​ການ​ຢູ່​ຢູ​ແກຼນ ລ້ວນ​ແຕ່​ມີ​ໄພ​ລົ້ມລະລາຍ ຖ້າ​ຫາກ​ບໍ່​ສົ່ງ​ເສີມ​ການ​ເຈລະຈາ​ໂດຍ​ກົງ​ກັບ Donetsk ​ແລະ Lugansk.

ຂ່າວ/ບົດ​ອື່ນ