ລັດເຊຍຫວັງວ່າອາເມລິກາຈະຮ່ວມມືຢ່າງມີປະສິດທິຜົນກວ່າໃນການຕ້ານກໍ່ການຮ້າຍ

ລັດເຊຍຫວັງວ່າອາເມລິກາຈະຮ່ວມມືຢ່າງມີປະສິດທິຜົນກວ່າໃນການຕ້ານກໍ່ການຮ້າຍ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ
​ການ​ຕ່າງປະ​ເທດ​ລັດ​ເຊຍ Sergey Lavrov)

(vovworld) – ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergey Lavrov ຖື​ວ່າ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ອາດ​ສາມາດ​ຮ່ວມ​ມື​​​​ຢ່າງ​ມີ​ປະ​ສິດທິ​ຜົນ​ກວ່າໃນ​ການ​ຕ້ານ​ກໍ່​ການ​ຮ້າຍ, ​ໃນ​ນັ້ນ​ມີ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​ຊີຣີ. ວັນ​ທີ 30/10, ກ່າ​ວຄຳ​ເຫັນ​ພາຍຫຼັງ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ວິ​ກິດ​ການ​ຊີຣີ ຢູ່​ນະຄອນຫຼວງ​ວຽນ, ປະ​ເທດ​ອົດ​ຕະ​​ລິດ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergey Lavrov ຊີ້​ແຈ​້ງວ່າ, ນັບ​ແຕ່​ເລີ່​ມຕົ້ນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ອົງການ​ຈັດ​ຕັ້ງ​ລັດ​ອິດສະ​ລາມ IS ​​​ອ້າງ​ຊື່​ເອງ, ຍາມ​ໃດລັດ​ເຊ​ຍ ກໍ​ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ ສົມທົບ​ກັນ​ເຄື່ອນ​ໄຫວ, ​ແຕ່​ອາ​ເມ​ລິ​ກາ ພຽງ​​ແຕ່ມີ​ຂ້ໍ​ຕົກລົງ​ກົນ​ໄກຫຼິກລ້ຽນ​ບັນດາ​ການ​ປະ​ທະ​ກັນ​ໂດຍ​ບັງ​ເອີ້ນ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergey Lavrov ​ເນັ້ນ​ໜັກ​ວ່າ, ລັດ​ເຊ​ຍ ​ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ມີ “ສັດຕູ​ຮ່ວມ” ​ແລະ ຕ້ອງມານະ​ພະຍາຍາມ​ຢ່າງ​ສຸດ​ຂີດ​ເພື່ອບໍ່​ໃຫ້​ສັດ​ຕູ້​ນັ້ນ​​ຍາດ​ໄດ້​ສິດ​ອຳນາດ​ຢູ່​ຊີຣີ ຫຼື ບໍ່​ວ່າ​ປະ​ເທດ​ໃດໆ.

ຂ່າວ/ບົດ​ອື່ນ