ລັດເຊຍ-ອາເມລິກາໂຈະການເຈລະຈາກ່ຽວກັບວິກິດການຢູ່ນະຄອນ Aleppo ຂອງ ຊີຣີ

ລັດເຊຍ-ອາເມລິກາໂຈະການເຈລະຈາກ່ຽວກັບວິກິດການຢູ່ນະຄອນ Aleppo ຂອງ ຊີຣີ - ảnh 1
(ພາບປະກອບ / AFP/TTXVN)

(vovworld) - ​ ​ ວັນ​ທີ 15/12, ສຳນັກ​ຂ່າວສານ TASS ຂອງ ລັດ​ເຊຍ ​ໄດ​້ຄັດສະ​ເໜີ​ຄຳ​ເວົ້າຂອງທ່ານ​ Sergei Ryabkov ຮອງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ລັດ​ເຊຍ​ ​ໃຫ້​ຮູ້ວ່າ: ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໄດ້​​ໂຈະ​ບັນດາ​ການ​ເຈລະຈາ​ທີ່​ພວມ​ໄດ້ຮັບ​ການ​ສົ່ງ​ເສີມ ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຢູ່​ນະ​ຄອນ Aleppoຂອງ ຊີຣີ. ​ແຈ້ງ​ການ​ດັ່ງກ່າວ​ໄດ້​ຍົກ​ອອກມາ ​ເມື່ອ​ສື່​ມວນ​ຊົນ​ຝ່າຍ​ຕາ​​ເວັນ​ຕົກ ຮັບຮູ້​ວ່າ ຢ່າງ​ໜ້ອຍ​ສຸດ​ມີ​ລົດ​ເມ 17 ຄັນ ​ແລະ ລົດພະຍາບານ 10 ຄັນ ​ໄດ້​ອອກ​​ໄປຈາກ​ເຂດ​ຖືກ​ພວກ​ກະບົດ​ຢຶດຄອງ​ຂອງ​ນະຄອນ​ນີ້, ຜູ້​ຄົນຖືກຍົກຍ້າຍ ປຽບ​ເໝືອນ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກລົງ​ຢຸດ​ຍິງ. ​ເຈົ້າ​ໜ້າ​ທີ່​ຂອງ​ອົງການ​ອະນາ​ໄມ​ໂລກ (WHO) ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ອົງການ​ນີ້​ຈະ​ໜູນ​ຊ່ວຍ​ຄະນະ​ກຳມະການ​ກາ​ແດງ​ສາກົນ ​ແລະ ອົງການກາ​ຊີກ​ວົງ​ເດືອນ​ແດງ Arab ຢູ່ ຊີຣີ ຍົກຍ້າຍຜູ້​ຖືກ​ບາດ​ເຈັບ​ອອກ​ຈາກ​​ເຂດປະ​ທະ​ກັນ​ນີ້.

 

ຂ່າວ/ບົດ​ອື່ນ