ລັດເຊຍ,ເຢຍລະມັນ,ອັງກິດຮຽກຮ້ອງໃຫ້ອີຣານແລະອິດສະຣາແອນຫຼີກລ້ຽງເຮັດໃຫ້ການປະທະກັນປີນຂັ້ນໄດ

(VOVWORLD) -ວັນທີ 10 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ຮຽກຮ້ອງໃຫ້ອິດສະຣາແອນ ແລະ ອີຣານ ເຈລະຈາ ພາຍຫຼັງເຫດບຸກໂຈມຕີຂອງອິດສະຣາແອນ ແນໃສ່ບັນດາເປົ້າໝາຍຂອງອີຣານ ຢູ່ຊີຣີ ໄດ້ເປັນຂີດໝາຍເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ 2 ປະເທດທີ່ເປັນປໍລະປັກກັນປີນຂັ້ນໄດ.
ລັດເຊຍ,ເຢຍລະມັນ,ອັງກິດຮຽກຮ້ອງໃຫ້ອີຣານແລະອິດສະຣາແອນຫຼີກລ້ຽງເຮັດໃຫ້ການປະທະກັນປີນຂັ້ນໄດ - ảnh 1(ພາບປະກອບ: THX/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງມົດສະກູ, ດ້ວຍການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ Lavrov ເນັ້ນໜັກວ່າ, ບັນດາບັນຫາທັງໝົດຄວນໄດ້ຮັບການແກ້ໄຂຜ່ານການເຈລະຈາ, ພ້ອມທັງກະຕຸກຊຸກຍູ້ໃຫ້ອິດສະຣາແອນ ແລະ ອີຣານ ຫຼີກລ້ຽງບັນດາການກະທຳອາດຈະເຮັດໃຫ້ການປະທະກັນປີນຂັ້ນໄດ.

      ສ່ວນທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ກ່າວເຕືອນວ່າ ການປີນຂັ້ນໄດຂອງບັນດາການກະທຳທີ່ເປັນປໍລະປັກກັນຫຼ້າສຸດຢູ່ຕາເວັນອອກກາງ ທີ່ກ່ຽວຂ້ອງເຖິງອີຣານ ແລະ ອິດສະຣາແອນ ແມ່ນບັນຫາກ່ຽວກັບ “ສົງຄາມ ແລະ ສັນຕິພາບ” ຢູ່ພາກພື້ນນີ້.

      ໂດຍມີທັດສະນະດຽວກັນຄືດັ່ງກ່າວ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຄວາມເຄັ່ງຕຶງລະຫວ່າງອີຣານ ແລະ ອິດສະຣາແອນ, ພ້ອມທັງຮຽກຮ້ອງໃຫ້ລັດເຊຍ ນຳໃຊ້ຜົນສະທ້ອນຂອງຕົນຢູ່ຊີຣີ ເພື່ອສະກັດກັ້ນບໍ່ວ່າການເຄື່ອນໄຫວບຸກໂຈມຕີ ຄັ້ງຕໍ່ໆໄປຂອງອີຣານ ແນໃສ່ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ