ລັດເຊຍ:ເຫດວາງລະເບີດກໍ່ການຮ້າຍເຮັດໃຫ້ກ່ວາ50ຄົນເສຍຊີວິດແລະຮັບບາດເຈັບ

ລັດເຊຍ:ເຫດວາງລະເບີດກໍ່ການຮ້າຍເຮັດໃຫ້ກ່ວາ50ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ກຳລັງກູ້ໄຟກູ້ຊີບຢູ່ສະຖານີລົດໄຟ, ບ່ອນເກີດເຫດວາງລະເບີດສະຫຼະຊີບ
(ພາບ: BBC)


(vovworld) – ​ເຫດລະ​​ເບີດ​ຂະໜາດ​ໃຫຍ່​ຢູ່​ສະຖານີ​ລົດ​ໄຟ​ຢູ່​ນະຄອນ Volgograd ຂຶ້ນ​ກັບ​ສະຫະພັນ ລັດ​ເຊຍ ​ໃນ​ວັນ​ທີ 29/12, ​ເຮັດ​ໃຫ້ຢ່າງ​ໜ້ອຍ​ສຸດ 18 ຄົ​ນ​ເສຍ​ຊີວິດ, 37 ຄົນ​ຮັບ​ບາດ​ເຈັບ. ອົງການ​ສືບສວນ​ໃຫ້​ຮູ້​ວ່າ: ມີ​ວັດຖຸ​ລະ​ເບີດ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ຕໍ່ໜ້າ​ປະຕູ​​ໂຂງສະຖານ​ທີ່​ລົດ​​ໄຟ​ແຫ່ງ​ນີ້, ບ່ອນ​ທີ່​ເຕົ້າ​​ໂຮມ​ຫຼາຍ​ຄົນ. ​ໃນ​ຂະນະ​ນັ້ນ, ແຫຼ່ງຂ່າວ​ຕ່າງໆໃຫ້​ຮູ້​ວ່າ:ມີ​ເປົ້າ​ໝາຍ​ແມ່ຍິງ​ຄົນ​ໜຶ່ງ​ໄດ້​ປະຕິບັດ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ນີ້. ຜູ້ຕາງໜ້າຂອງປະທານາທິບໍດີ ລັດ​ເຊຍ ຢູ່​ເຂດ​ສະຫະພັນ​ທາງ​ພາກ​​ໃຕ້ ທ່ານ Vladimir Ustinov ​ໄດ້​ໄປ​ຍັງ Volgograd ​ເພື່ອ​ຊີ້​ນຳ​ວຽກ​ງານ​ສືບສວນ​ກໍ່​ຄືຊ່ວຍ​ກູ້ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev ​ໄດ້ມອບ​ໃຫ້​ກະຊວງ​ສະພາວະ​ສຸກ​ເສີນ ​ແລະ ກະຊວງ​ສາທາລະນະ​ສຸກ ໜູນ​ຊ່ວຍ​ດ້ານວັດ​ຖຸທີ່​ຈຳ​ເປັນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ເຫດ​ກໍ່​ການ​ຮ້າຍ​ນີ້.

 

 

ຂ່າວ/ບົດ​ອື່ນ