ລັດເຊຍແລະສ.ເກົາຫຼີຮຽກຮ້ອງປອດນິວເຄຼຍໃນແຫຼມເກົາຫຼີ

ລັດເຊຍແລະສ.ເກົາຫຼີຮຽກຮ້ອງປອດນິວເຄຼຍໃນແຫຼມເກົາຫຼີ - ảnh 1
ທ່ານ​ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov
(ພາບ: THX/TTXVN)

(vovworld) – ​ ​ ກ່າວ​ຄຳ​ເຫັນ​ໃນ​ກາ​ນ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ. ​ເກົາຫຼີ ​ທ່ານ Yun Beung – se ໃນວັນ​ທີ 13/6, ຢູ່​ມົດ​ສະກູ, ປະ​ເທດ​ລັດ​ເຊຍ. ທ່ານ​ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ຖະ​ແຫຼ​ງວ່າ: 2 ປະ​ເທດ​ໄດ້​ຢັ້ງຢືນ​ຄືນ​ໃໝ່ຄຳ​ໝັ້ນ​ສັນຍາ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ປອດ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ ​ແລະ ທັງ ລັດ​ເຊຍ ​ແລະ ສ. ​ເກົາຫຼີ ຈະ​ບໍ່​ຍອມຮັບເລື່ອງ ສປປ. ​ເກົາຫຼີ ​ອອກຖະ​ແຫຼ​ງ​​ການເອງ​ວ່າ ​ແມ່ນ​ປະ​ເທດ​ກຳມະສິດ​ອາວຸດ​ນິວ​ເຄຼຍ.  ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ​ເນັ້ນ​ໜັກ​ວ່າ: ລັດ​ເຊຍ ຈະ​ປະຕິບັດ​ມະຕິ​ເລກທີ 2270 ຂອງ​ສະພາ​ຄວາມ​ໝັ້ນ​ຄົງ ສປຊ ທີ່​ໄດ້​ຮັບຮອງ​ເອົາ​ເມື່ອ​ເດືອນ 3 ຜ່ານ​ມາຢ່າງ​ຄົບ​ຖ້ວນເພື່ອຄວບ​ຄຸມ​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ. ທ່ານກໍ່​ຖະ​ແຫຼ​ງ​ວ່າ ບໍ່​ຍອມຮັບ​ເລື່ອງ​ຫັນ​ພາກ​ພື້ນ​ນີ້​ເປັນ​ພາກ​ພື້ນ​ປະ​ທະ​ກັນ, ຍ້ອນ​ທຸກ​ບັນຫາ​​ຈຳ​ເປັນຕ້ອງ​ໄດ້​ຮັບ​ການ​​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈລະຈາ.

        ການ​ຢ້ຽມຢາມ​ຂອງ​ທ່ານ Yun Beung – se ​ແມ່ນ​ການ​ປະຕິບັດ​ງານ​ຄັ້ງ​ທຳ​ອິດ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ. ​ເກົາຫຼີ ​​ເຖິງ​ລັດ​ເຊຍ ​ໃນ 5 ປີຜ່ານມາ. ວົງ​ການ​ເຈົ້າ​ໜ້າ​ທີ່ ​ເຊີ​ອູ​ນ ຖື​ວ່າ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ບັນລຸ​​ໄດ້​ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູ​ດ​ເພື່ອ​ແນ​ໃສ່​ກໍ່​ຄວາມ​ກົດ​ດັນ​ໃຫ້ ພຽງ​ຢາງ ຢຸດຕິ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ