ລັດເຊຍແລະອາເມລິກາຮັກສາການພົບປະພາຍຫຼັງກອງປະຊຸມສຸດຍອດຢູ່ Helsinki

(VOVWORLD) -ບັນດາການພົບປະລະຫວ່າງລັດເຊຍ ແລະ ອາເມລິກາ ພາຍຫຼັງກອງປະຊຸມສຸດຍອດຢູ່ Helsinki, ປະເທດແຟງລັງ ຍັງສືບຕໍ່ໄດ້ປະຕິບັດ, ໃນນັ້ນມີທັງການພົບປະດ້ານທະຫານ.

ລັດເຊຍແລະອາເມລິກາຮັກສາການພົບປະພາຍຫຼັງກອງປະຊຸມສຸດຍອດຢູ່ Helsinki - ảnh 1ທ່ານ Mikhail Bogdanov ທູດພິເສດຂອງປະທານນາທິບໍດີລັດເຊຍ

(ພາບ: Tehran Times)

ຕາມແຈ້ງການຂອງທູດພິເສດຂອງປະທານນາທິບໍດີລັດເຊຍ ກ່ຽວກັບຕາເວັນອອກກາງ ແລະ ບັນດາປະເທດອາຟະລິກາ ທ່ານ Mikhail Bogdanov ທີ່ຍົກອອກມາໃນວັນທີ 30 ກໍລະກົດ. ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ບັນດາການພົບປະຍັງໄດ້ສືບຕໍ່ດຳເນີນ, ລວມທັງການພົບປະດ້ານການທະຫານ. ນອກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ກໍ່ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອາເມລິກາ.

        ການພົບປະຂັ້ນສຸດຍອດຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງອາເມລິກາ ຖືກດຳເນີນໃນວັນທີ 16 ກໍລະກົດ ຢູ່ Helsinki. ສິ້ນສຸດການພົບປະ, ທ່ານປະທານາທິບໍດີ V.Putin ຖະແຫຼງວ່າ, ລັດເຊຍ ແລະ ອາເມລິກາ ສາມາດຮັບຜິດຊອບເປັນຜູ້ນຳໜ້າໃນການແກ້ໄຂວິກິດການຢູ່ຊີຣີ, ຈັດຕັ້ງການສົມທົບກັນເຄື່ອນໄຫວເພື່ອນຳຊາວອົບພະຍົບກັບເມືອບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ