ລີບີຍອມຮັບບຸກໂຈມຕີກຳປັ່ນຂົນສົ່ງນ້ຳມັນຂອງເກຼັກ

ລີບີຍອມຮັບບຸກໂຈມຕີກຳປັ່ນຂົນສົ່ງນ້ຳມັນຂອງເກຼັກ - ảnh 1
ກຳ​ປັ່ນ ARAEVO

(vovworld) –  ​ວັນ​ທີ 5/1, ກຳ​ລັງ​​ທັບ​ອາ​ກາດ​ຂອງ​ລັດ​ຖະ​ບານ ລີ​ບີ ຖ​ະ​ແຫຼງວ່າ:​ ໄດ້​ບ​ຸກ​ໂຈມ​ຕີ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນທີ່ “ເປັນ​ໜ້າ​ສົງ​ໄສ” ຂອງ ເກຼັກ ຢູ່​ທ່າ​ກຳ​ປັ່ນ Derna ທາ​ງ​ພາກ​ຕາ​ເວັນ​ອອກ ລີ​ບີ. ໂຄ​ສົກ​ກອງ​ທັບ​ແຫ່ງ​ຊາດ ລີ​ບີ (LNA) Ahmad Al – Mismari ຢັ້ງ​ຢືນ​ວ່າ: ຍ້ອນ​​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ມີ​ຊື່​ວ່າ: ARAEVO ໄດ້​ຊັກ​ທຸງ​ຂອງ Liberia ແລະ ບໍ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ​ຢຸດ​ໄວ້​ເພື່ອ​ກວດ​ກາ​​ກ່ອນ​ທີ່​ເຂົ້າ​ທຽບ​ທ່າ Derna ດັ່ງ​ນັ້ນ​ກຳ​ລັງ​​ທັບ​ອາ​ກາດ ລີ​ບີ ໄດ້​ບຸກ​ໂຈມ​ຕີ​ກຳ​ປັ່ນ​ລຳ​ນີ້. ປະ​ຈຸ​ບັນ, ທ່າ​ກຳ​ປັ່ນ Derna ພວມຂຶ້ນ​ກັບ​ສິດ​ຄວບ​ຄ​ຸມ​ຂອງ​​ກຳ​ລັງ​ສະ​ໜັບ​ສະ​ໜູນ​ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ, ດັ່ງ​ນັ້ນ, ຫຼາຍ​ເທື່ອ​ແລ້ວ LNA ​ໄດ້​ຖະ​ແຫຼງ​ຈະ​ບຸກ​ໂຈມ​ຕີ​ບັນ​ດາ​ກຳ​ປັ່ນ​ທີ່​ເຂົ້າ​ທ​ຽບທ່າ​ກຳ​ປັ່ນ​ນີ້.


ຂ່າວ/ບົດ​ອື່ນ