ການປະທະກັນລະຫວ່າງບັນດາກຸ່ມປະກອບອາວຸດເຮັດໃຫ້ ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ
(ພາບ:hoinguoiviet.ru)
ວັນທີ 15/1, ການປະທະກັນພັດເກີດຂຶ້ນຄືນໃໝ່ຢູ່ນະຄອນຫຼວງ Tripoli ຂອງ ລີບີອັນໄດ້ ເຮັດໃຫ້ຄວາມວິຕົກກັງວົນກ່ຽວກັບການເກີດສົງຄາມກາງເມືອງຢູ່ປະເທດ ອາຟຣີກກາເໜືອນີ້ເພີ່ມທະວີຂຶ້ນ. ຫ້ອງວ່າການນາຍົກລັດຖະມົນຕີ ລີບີ Rahim Al Kib ໃຫ້ຮູ້ວ່າ: ກຸ່ມປະກອບອາວຸດຢູ່ເທດສະບານເມືອງ Gharyab ຫ່າງຈາກ Tripoli 80 ກມ ໄປທາງທິດໃຕ້, ໄດ້ມີການປະທະກັນກັບກຸ່ມປະກອບອາວຸດອື່ນທີ່ຕັ້ງທັບຢູ່ເທດສະບານ Assabia ມໍ່ໆນັ້ນ. ການປະທະກັນດັ່ງກ່າວເຮັດໃຫ້ 3 ຄົນເສຍຊີວິດ ແລະ 50 ຄົນຖືກຮັບບາດເຈັບ. ກ່ອນນັ້ນ 2 ວັນ, 2 ກຸ່ມປະກອບອາວຸດນີ້ໄດ້ໃຊ້ປືນຈັກ ແລະ rocket ຍິ່ງປະທະກັນພາຍຫຼັງທີ່ກຸ່ມປະກອບອາວຸດ ຢູ່ Assabia ບໍ່ເຫັນດີເລື່ອງກຸ່ມປະກອບອາວຸດຢູ່ Gharyab ຈັດຕົວບັນດາຜູ້ຖືກກ່າວຫາແມ່ນມີສ່ວນກ່ຽວຂ້ອງເຖິງອຳນາດການປົກຄອງທີ່ຖືກໂຄ່ນລົ້ມ. ການປະທະກັນເຮັດໃຫ້ 2 ຄົນເສຍຊີວິດ ແລະ 50 ຄົນຖືກຮັບບາດເຈັບ.