ລະດັບເຕີບໂຕດ້ານເສດຖະກິດຂອງຫວຽດນາມໃນປີ2015-2016ຈະລື່ນກາຍລະດັບຄວາມຫວັງ

ລະດັບເຕີບໂຕດ້ານເສດຖະກິດຂອງຫວຽດນາມໃນປີ2015-2016ຈະລື່ນກາຍລະດັບຄວາມຫວັງ - ảnh 1
(ທ່ານ Eric Sidgwick, ຜູ້ອຳນວຍການ ADB ປະຈຳ​ຫວຽດນາມ)

(vovworld) – ​​ລະດັບ​​ເຕີບ​ໂຕ​​ດ້ານ​ເສ​​​ດຖະກິດ​ຂອງ​ຫວຽດນາມ​ໃນ​ປີ2015-2016ຈະ​ລື່ນ​ກາຍ​ລະດັບ​ຄວາມ​ຫວັງ. ນີ້​ແມ່ນ​ຂໍ້​ສັງ​ເກ​ດຂອງ​ທະນາຄານ​ພັດທະນາ​ອາຊີ (ADB) ​ໃນ​ບົດ​ລາຍ​ງານ​ອັບ​ເດັດ​ສະພາບ​ການ​ພັດທະນາ​ເສດຖະກິ​ດອາຊີ, ​​ເຊິ່ງ​ໄດ້​ປະກາດ​ໃນ​ວັນ​ທີ 22/09, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ Eric Sidgwick, ຜູ້ອຳນວຍການ​ທະນາຄານ​ພັດທະນາ​ອາຊີ (ADB) ປະຈຳ​ຫວຽດນາມ, ​ເນັ້ນ​ໜັກ​ເຖິງໝາກຜົນ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ ຍ້ອນມີ​ຫຼາຍ​ປັດ​ໃຈ, ພິ​ເສດ​ແມ່ນ​ປະລິມານການ​ຜະລິດ​ຂອງ​ເຂດ​ຜະ​ລິດ​ອຸດສາຫະກຳ​ພັດທະນາ​ຢ່າງ​ແຮງ, ດັດຊະນີ​ໃຊ້​ສອຍກໍ​​ເພີ່ມ​ຂຶ້ນ ​ແລະ ​ສະຖຽນ​ບະ​ພາບ​ດ້ານເສດຖະກິດມະຫາ​ພາກ​ໄດ້​ຮັບ​ການ​ປັບປຸງ. ຕາມ​ບົດ​ລາຍ​ງານ​ແລ້ວ, ADB ​ໄດ້​ຍົກ​ລະດັບ​ຄາດ​ຄະ​ເນ​ກ່ຽວ​ກັບ​ການເຕີບ​ໂຕ​ຍອດຜະລິດ​ຕະພັນ​ພາບ​ໃນ​ຂອງ​ຫວຽດນາມ ຂຶ້ນ 6,5% ​ໃຫ້​ປີ 2015 ​ແລະ 6,6% ​​ໃຫ້​ປີ 2016, ສູງ​ກວ່າ​ລະດັບ​ເຊິ່ງ ADB ​ໄດ້​ຍົກ​ອອກ​ມາ​ເມື່ອ​ຕົ້ນ​ປີ 2015. ບົດ​ລາຍ​ງານ​ກໍ​ຊີ້​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ​ບັນລຸ​ໄດ້​ບັນດາ​ຜົນງານ​ດັ່ງກ່າວ, ​ແຕ່​ຫວຽດນາມ ກໍ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ່າ​ທາ​ຍດ້ານ​ເສດຖະກິດ​ມະຫາ​ພາກບາງ​ຢ່າງທີ່​ພວມ​ເພີ່ມ​ຂຶ້ນ. ທ່ານ Eric Sidgwick ຖື​ວ່າ, ຫວຽດນາມ ຕ້ອງ​ສືບ​ຕໍ່​ປະຕິບັດການ​ສ້າງ​ໂຄງ​ປະກອບ​ ​ແລະ ປະ​ຕິ​ຮູບ​ເຂດ​ການ​ເງິນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງກ່ວາ, ຍົກ​ສູງ​ສະມັດ​ຕະພາບ ​ແລະ ຍູ້​ແຮງກຳລັງ​ແກ່ງ​ແຍ້​ງກັບ​ສາກົນ​ຂອງຫວຽດນາມ.

ຂ່າວ/ບົດ​ອື່ນ