ລະບົບການເມືອງຍູ້ແຮງບັນດານະໂຍບາຍຮັບປະກັນຮັບປະກັນຊີວິດສັງຄົມ

ລະບົບການເມືອງຍູ້ແຮງບັນດານະໂຍບາຍຮັບປະກັນຮັບປະກັນຊີວິດສັງຄົມ - ảnh 1
(ພາບປະກອບ)
(vovworld) -   ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີແນ​ດທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ມະຕິ​ເລກທີ 21 ຂອງ​ກົມ​ການ​ເມື​ອງສູນກາງພັກ ຊຸດ​ທີ 11 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຊີ້​ນຳ ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ປະກັນ​​ສັງຄົມ, ປະກັນ​ສຸຂະພາບ​ໄລຍະ 2012 – 2020, ​ໂດຍ​ຄະນະ​ເລຂາ​ສູນ​ກາງ​ພັກ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/03, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້​, ທ່ານ ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ຊີ້​ແຈ້ງວ່າ; ການປະກັນ​​ສັງຄົມ, ປະກັນ​ສຸຂະພາບ ​ແມ່ນ 2 ນະ​ໂຍບາຍ​ສັງຄົມ​ທີ່​ສຳຄັນ, ​ແມ່ນ​ເສົ້າ​ຄ້ຳຕົ້ນ​ຕໍ່​ຂອງ​ລະບົບ​ຮັບປະກັນ​ຊີວິດ​ສັງຄົມ. ​ເພາະສະ​ນັ້ນ, ​ເລື່ອງ​ຜັນ​ຂະຫຍາຍ​ມະຕິ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານປະກັນ​​ສັງຄົມ, ປະກັນ​ສຸຂະພາບ ​ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ການ​ສົມທົບ​ກັນ​ຂອງ​ທັງ​ລະບົບ​ການ​ເມືອງ ຍູ້​ແຮງ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຫຼາຍກວ່າ​ອີກ, ປະຕິບັດ​ການສ້າງຄວາມກ້າວໜ້າ ​ແລະ ຍຸດຕິ​ທຳ​ສັງຄົມ, ປະກອບສ່ວນ​ສ້າງ​​ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຂອງ​ປະ​ເທດ​ຊາດ. ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ເປັນ​ພື້ນຖານ​ຂອງ​ມະຕິ​ເລກ​ທີ 21, ທ່ານ ​ເວື​ອງດິງ​ເຫວ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ​ໃຫ້​ຮູ​້ວ່າ.

        “ຈຸດໝາຍ​ທີ 1 ​ແມ່ນ​ປະຕິບັດ​ນະ​ໂຍບາຍປະກັນ​ສັງຄົມ, ປະກັນ​ສຸຂະພາບຢ່າງ​ມີ​ປະສິດທິ​ຜົນ. ທີ່ 2 ​ແມ່ນ, ​ເປີດ​ກວ້າງ ​ແລະ ພັດ​ທະນາ​ເປົ້າ​ໝາຍ​ທີ່​ເຂົ້າ​ຮ່ວມປະກັນ​ໄພ​ສັງຄົມ, ປະກັນ​ສຸຂະພາບ. ​ເພີ່ມ​ເປົ້າໝາຍເຂົ້າ​ຮ່ວມປະກັນ​ສັງຄົມ, ປະກັນ​ສຸຂະພາບ ໃນຂອບເຂດກວ້າງ​ຂວາງ ​ແລະ ​ໄວວາ, ​ໂດ​ຍສະ​ເພາະ​​ແມ່ນ​ເປົ້າ​ໝາຍ​ທີ່​ເຂົ້າ​ຮ່ວມ​ປະກັນ​​ສັງຄົມ​ແບບ​ອາສາ​ສະໝັກ. ສູ້​ຊົນ​ຮອດ​ທ້າຍ​ປີ 2020 ມີ​ກຳລັງ​ຄົນ​ງານ​ເຂົ້າ​ຮ່ວມ​ປະກັນ​​ສັງຄົມ​ແມ່ນ 50% ​ແລະ ກຳລັງ​ຄົນ​ງານ​ເຂົ້າ​ຮ່ວມ​ປະກັນ​ວ່າງງານແມ່ນ 35%. ສຳລັບ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ, ສູ້​ຊົນ​ຮອດ​ປີ 2020 ມີ 80% ຈຳນວນ​ພົນລະ​ເມືອງ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ. ທີ 3 ​ແມ່ນ ຮັບປະກັນ​ຄວາມ​ດຸນ​ດຽງ​ກອງ​ທຶນ​ປະກັນ​ສັງຄົມ​ໄລຍະ​ຍາວ, ຮັບປະກັນ​ຄວາມ​ດຸນ​ດຽງ ​ແລະ ນຳ​ໃຊ້​ກອງ​ທຶນ​ປະກັນ​ສຸຂະພາບ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ລະບົບ​ປະກັນ​​ສັງຄົມປະກັນສຸຂະພາບອາຊີບ​ທັນ​ສະ​ໄໝ, ມີ​ປະສິດທິ​ຜົນ​ສູງ, ສາມາດຕອບ​ສະໜອງ​​ຄວາມ​ຮຽກຮ້ອງ​ຕ້ອງ​ການໃນການຫັນ​​ເປັນ​ອຸດສາຫະກຳທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ”.

ຂ່າວ/ບົດ​ອື່ນ