ລາຍ​ການ “​ບຸນເຕັດ ຫວຽດ - ​ບຸນເຕັດ​ຢູ່ຄຸ້ມ​ຖະ​ໜົນ​ເກົ່າ ປີ 2024” ຈັດ​ຂຶ້ນ​ດ້ວຍ​ກິດ​ຈະ​ກຳ​ຕ່າງໆ​ທີ່​ຫຼາກຫຼາຍ​ສີ​ສັນ

(VOVWORLD) -  ລາຍການ “ບຸນເຕັດຫວຽດ - ບຸນເຕັດຢູ່ຄຸ້ມເມືອງເກົ່າ” ໄດ້ດຳເນີນແຕ່ວັນທີ 28 ມັງກອນ ຫາວັນທີ 28 ກຸມພາ 2024 ຈຶ່ງອັດລົງ. 

       

ລາຍ​ການ “​ບຸນເຕັດ ຫວຽດ - ​ບຸນເຕັດ​ຢູ່ຄຸ້ມ​ຖະ​ໜົນ​ເກົ່າ ປີ 2024” ຈັດ​ຂຶ້ນ​ດ້ວຍ​ກິດ​ຈະ​ກຳ​ຕ່າງໆ​ທີ່​ຫຼາກຫຼາຍ​ສີ​ສັນ - ảnh 1ບັນຍາກາດພິທີແຫ່ ຢູ່ທາງໜ້າສາລາ (ພາບ: TTXVN)

ລາຍການ “ບຸນເຕັດຫວຽດ - ບຸນເຕັດຢູ່ຄຸ້ມເມືອງເກົ່າ 2024” ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະໂລງ 2024 ໂດຍຄະນະຄຸ້ມຄອງໜອງຮວ່ານກຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ສົມທົບກັບບັນດາຫົວໜ່ວຍ, ສ່ວນບຸກຄົນ ຈັດຕັ້ງ ໄດ້ໄຂຂຶ້ນໃນວັນທີ 28 ມັງກອນ ຢູ່ສາລາ ກິມເງິນ, ຮ່າໂນ້ຍ. ຄະນະຈັດຕັ້ງໄດ້ວາດພາບເຖິງຫຼາຍພິທີກຳທີ່ເປັນມູນເຊື້ອ ແລະ ເປັນເອກະລັກສະເພາະຂອງບຸນເຕັດຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ພ້ອມທັງມີຫຼາຍກິດຈະກຳສະແດງສິລະປະທີ່ໜ້າຈັບອົກຈັບໃຈ. ເຂົ້າຮ່ວມການສະແດງໃນລາຍການ “ບຸນເຕັດຫວຽດ - ບຸນເຕັດຢູ່ຄຸ້ມເມືອງ”, ນັກສິລະປະການດີເດັ່ນ ຫງວຽນທິທູຮັ່ງ, ຫົວໜ້າສະໂມສອນສິລະປະພື້ນເມືອງຂອງນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າພ້ອມກັບນັກສຶກສາຂອງຕົນ, ປີໃດກໍເຂົ້າຮ່ວມລາຍການບຸນເຕັດຫວຽດ, ປີໃດກໍເຊັ່ນດຽວກັນ, ໃກ້ຈະຮອດມື້ຈັດລາຍການ, ພວກຂ້າພະເຈົ້າກໍກະຕືລືລົ້ນເພື່ອເຕົ້າໂຮມກັນ, ພ້ອມກັນຮັກສາຄຸນຄ່າຈຸດຄວາມງາມຂອງວັດທະນະທຳທີ່ເປັນມູນເຊື້ອ, ພວກນ້ອງນັກສຶກສາຈະມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງກວ່າໃນການອະນຸລັກຮັກສາ, ກໍຄືຊ່ວຍແຜ່ກະຈາຍຄວາມຮັກວັດທະນະທຳ ຫວຽດນາມ ໃນຕໍ່ໜ້າ”.

        ລາຍການ “ບຸນເຕັດຫວຽດ - ບຸນເຕັດຢູ່ຄຸ້ມເມືອງເກົ່າ” ໄດ້ດຳເນີນແຕ່ວັນທີ 28 ມັງກອນ ຫາວັນທີ 28 ກຸມພາ 2024 ຈຶ່ງອັດລົງ.

       


ຕອບກັບ

ຂ່າວ/ບົດ​ອື່ນ