ລາຍການ “ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ”

(VOVWORLD) -ຕອນຄ່ຳວັນທີ 10 ສິງຫາ ຢູ່ ຮ່າໂນ້ຍ ໄດ້ດຳເນີນລາຍການ “ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ”ເນື່ອງໃນໂອກາດສະເຫລີມສະຫລອງ ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ (10 ສິງຫາ). 

ກ່າວຄຳເຫັນນະທີ່ນີ້ ພົນໂທ ຫງວຽນວັນຣີງ ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ ເນັ້ນຫນັກວ່າ:

        “ເນື່ອງໃນໂອກາດນີ້ ຂ້າພະເຈົ້າຮຽກຮ້ອງລັດຖະບານ ອາເມລິກາ ແລະ ບັນດາບໍລິສັດເຄມີຂອງ ອາເມລິກາ ຕ້ອງມີຄວາມຮັບຜິດຊອບ ແລະ ມີການກະທຳລະອຽດ ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດໃນສົງຄາມເຄມີຢູ່ ຫວຽດນາມ. ຂ້າພະເຈົ້າສະເຫນີປະຊາຊົນທຸກຊັ້ນວັນນະ, ບັນດາສະຫາຍ ແລະ ພວກເພື່ອນຈົ່ງສະຫນັບສະຫນູນລາຍການ, ສົ່ງຂໍ້ຄວາມເພື່ອຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ ດ້ວຍວິທີສົ່ງຂໍ້ຄວາມ “dacam” ສົ່ງເຖິງ 1409”

ຕອບກັບ

ຂ່າວ/ບົດ​ອື່ນ