ລາຍການ “ ເທບນິຍາຍຮ່າໂນ້ຍ - ບັ້ນຮົບດ້ຽນບຽນຝູທາງອາກາດ ”

    ລາຍການ “ ເທບນິຍາຍຮ່າໂນ້ຍ - ບັ້ນຮົບດ້ຽນບຽນຝູທາງອາກາດ ”      - ảnh 1
ຮູບ​ພາບ​ທີ່​ໄດ້​ນຳ​ມາ​ສາຍ​ໃນລາຍການ ຖ່າຍທອດສົດທາງໂທລະພາບ
(ພາບ : internet)


Vovworld- “ ​ເທບ​ນິຍາຍ​ຮ່າ​ໂນ້ຍ - ບັ້ນ​ຮົບ​ດ້ຽນບຽນ​ຝູທາງ​ອາກາດ ” ນັ້ນ​ແມ່ນ​ຫົວ​ເລື່ອງ​ຂອງລາຍການ ຖ່າຍທອດສົດທາງໂທລະພາບຊຶ່ງເຊື່ອມຕໍ່ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ໄດ້ຖືກຈັດຂຶ້ນໃນ ຕອນຕ່ຳ ວັນທີ 18/12. ລາຍການດັ່ງກ່າວໂດຍເຫຼົ່າທັບປ້ອງກັນອາກາດ ແລະ ສະຖານີ ໂທລະພາບນະຄອນ​ໂຮ່ຈິ​ມິ​ນສົມທົບ​ກັນ​ຈັດ​ຂຶ້ນ​ເນື່ອງ​​ໃນ​ໂອກາດ​ລະນຶກ 40 ປີ​ແຫ່ງ​ໄຊຊະນະ​ປະຫວັດສາດ​ຮ່າ​ໂນ້ຍ- ບັ້ນ​ຮົບ​ດ້ຽນບຽນ​ຝູທາງ​ອາກາດ. “ ​ເທບ​ນິຍາຍ​ຮ່າ​ໂນ້ຍ - ບັ້ນ​ຮົບ​ດ້ຽນບຽນ​ຝູທາງ​ອາກາດ ” ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ວາດ​ພາບ​ເຖິງ​ບັ້ນ​ຮົບຮ່າ​ໂນ້ຍ 12 ວັນ ​ແລະ ຄືນ​ ຄືແຕ່​ວັນ​ທີ 18 ຫາ 30/12/1972 ຢ່າງ​ຈະ​ແຈ້ງ​ກ່ວາ . ພ້ອມ​ກັບ​ບັນດາ​ເລື່ອງ​ລາວ​ຂອງ​ບັນດາ​ຕົວ​ພະຍານ​ຫຼັກ​ຖານ, ບົດ​ເພງ​ຕິດ​ພັນ​ກັບ​ຊຸມ​ວັນ​ເດືອນ​ປີ​ແຫ່ງ​ປະຫວັດສາດ, ບັນດາ​ຮູບ​ພາບ​ກ່ຽວ​ກັບ​ຮ່າ​ໂນ້ຍ​ໃນ​ລະດູ​ໜາວປີ 1972 ​ແລະ ອື່ນໆ, ລາຍການ​ໄດ້​ປະກອບສ່ວນ​ວາດ​ພາບ​ເຖິງ​ນະຄອນຫຼວງ​ແຫ່ງ​ຄວາມ​ເຈັບ​ແສບ ​ແຕ່​ຍັງ​ຄົງ​ສູ້​ຮົບ​ຢ່າງ​ພິລະ​ອາດ​ຫານ​ໃນ 12 ວັນ ​ແລະ ຄືນ ຂອງບັ້ນ​ຮົບ​ດ້ຽນບຽນ​ຝູທາງ​ອາກາດ​ເມື່ອ​ປີ 1972 .

 

ຂ່າວ/ບົດ​ອື່ນ