ລາຍການ “ ໄວໜຸ່ມ ຕອບບູນແທນຄຸນ ບັນດານັກຮົບ ວິລະຊົນທີ່ໄດ້ ເສຍສະຫຼະ ຊີວິດເພື່ອຊາດ ”

ລາຍການ “ ໄວໜຸ່ມ ຕອບບູນແທນຄຸນ ບັນດານັກຮົບ ວິລະຊົນທີ່ໄດ້ ເສຍສະຫຼະ ຊີວິດເພື່ອຊາດ ” - ảnh 1
ທ່ານ Nguyen Dac Vinh ​ເລຂາ​ທີ່ 1 ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ມອບ​ຂອງ​ຂວັນ​ໃຫ້​ຄອບຄົວນັກຮົບເສຍສະຫຼະ ຊີວິດເພື່ອ ຊາດ


Vovworld- ຕອນ​ຄ່ຳ​ວັນ​ທີ 20/7, ຢູ່​​ແຂວງກວາງ​ຈິ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ​ໄດ້​ຈັດ​ພິທີ​ປຸກລະດົມ​ສັບປະດາ​ຍອດສູງ “ ຕອບ​ບູນ​ແທນ​ຄຸນ” “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ​ແລະ ລາຍການ “ ​ໄວ​ໜຸ່ມ​ ຕອບ​ບູນ​ແທນ​ຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ” ເນື່ອງໃນໂອ ກາດສະເຫຼີມສະຫຼອງ 65 ປີ​ແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະ ຊີວິດເພື່ອ ຊາດ( 27/7). ​ເພື່ອນ Nguyen Thi Thanh Huyen ​ເລຂາຄະນະ​ຊາວ​ໜຸ່ມ ມະຫາວິທະຍາ​ໄລ​ສ້າງ​ຄູ​ຮ່າ​ໂນ້ຍ​ເວົ້າ​ວ່າ :

   “ ​ໄດ້​ມາ​ຢ້ຽ​ມຢາມ ກຳ​ແພງ​ເກົ່າ​ກວາງ​ຈິ, ​ເຮົາ​ຍິ່ງ​ເຫັນ​ໄດ້​ວ່າ ຄວາມ​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດຂອງ​ບັນດາ​ນັກຮົບ​ວິລະ​ຊົນ​ຍິ່ງ​ສູງ​ສົ່ງ​ທີ່​ສຸດ ​ເພື່ອ​​ໃນ​ວັນ​ນີ້​ປະ​ເທດ​ຊາດ​​ມີສັນຕິພາບ, ​ເອກະລາດ. ​ເມື່ອ​ມາ​ແຫ່ງ​ນີ້, ເຮົາໄດ້ຄິດເຖິງຄວາມຮັບ ຜິດຊອບຂອງ​ຕົນ​ແມ່ນ​ກໍ່ສ້າງ​ຖັນ​ແຖວ​ຄູ​ອາຈານ​ໃນ​ອະນາຄົດ​ເພື່ອ​ຮັບ​ໃຊ້​ພາລະກິດ​ພັດທະນາ​ຂອງ​ປະ​ເທ​ດ​ຊາດ ”

      ສ່ວນ​ທ່ານ Nguyen Dac Vinh ​ເລຂາ​ທີ່ 1 ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ເວົ້າ​ວ່າ :

   “ ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ຍາມ​ໃດກໍ​ເຂົ້າ​ໃຈ​ໄດ້​ວ່າ ການຕອບ​ບູນ​ແທນ​ຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ​ແລະ ການ​ປະຕິບັດ​ວຽກ​ງານຕອບ​ບູນ​ແທນ​ຄຸນ​ແມ່ນ​ວຽກ​ງານ​ເປັນ​ປະຈຳ. ການ​ສຶກສາ​ອົບຮົມ​ມູນ​ເຊື້ອ​ເພື່ອ​ໃຫ້​ຊາວ​ໜຸ່ມ, ​ໄວ​ໜຸ່ມ, ອົງການ​ຊາວ​ໜຸ່ມ​ຂັ້ນ​ຕ່າງໆ​ສາມາດ​ຮັບ​ຮູ້ ​ແລະ ປະຕິບັດ​ການ​ເຄື່ອນ​ໄຫວຕອບ​ບູນ​ແທນ​ຄຸນ​ເປັນ​ຢ່າງ​ດີ ​ແມ່ນ​ວຽກ​ງານ​ທີ່​ຕ້ອງ​ເຮັດ​ເປັນ​ປະຈຳ”

ຂ່າວ/ບົດ​ອື່ນ