ລາຍການພົບປະແລກປ່ຽນສິລະປະ“ມຸ່ງໄປສູ່ອະທິປະໄຕເຂດຊາຍແດນ ແລະ ໝູ່ເກາະ”

ລາຍການພົບປະແລກປ່ຽນສິລະປະ“ມຸ່ງໄປສູ່ອະທິປະໄຕເຂດຊາຍແດນ ແລະ ໝູ່ເກາະ” - ảnh 1
ພາບປະກອບ:intermet


(vovworld) - ລາຍການ​ພົບປະແລກປ່ຽນ​ສິລະ​ປະ“ມຸ່ງ​ໄປ​ສູ່​ອະທິປະ​ໄຕ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ” ​ໂດຍ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ສົມທົບ​ກັບ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ​ກອງທັບ​ເຮືອ​ເຂດ 5, ​ຕຳຫລວດ​ປ້ອງ​ກັນທະ​ເລ​ເຂດ 4, ກອງ​ບັນຊາ​ການ​ທະຫານ​ເຂດ 9 ​ແລະ ບັນດາ​ແຂວງ, ​ນະຄອນ​ທາງທິດຕາ​ເວັນ​ຕົກ​ພາກ​ໃຕ້ ຫວຽດນາມ ຈະຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 1/3 ຈະ​ມາ​ເຖິງ ​ເນື່ອງ​ໃນ​ໂອກາດ​ລະນຶກ 54 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ 24 ປີ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ຍ​ແດນ. ທ່ານ ຫງວຽນ​ຟອງ​ກວາງ, ຮອງ​ຫົວຫນ້າ​ຄະນະ​ປະຈຳ ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ວຽກ​ງານ​ໂຄສະນາ ​ຕ້ອງເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ ​ແລະ ນັບທັງ​ກຳລັງ​ປະກອບ​ອາວຸດ ​ເປັນ​ເອກະ​ພາບ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ​ຂອງ​ພວກ​ເຮົາ. ຂ້າພະ​ເຈົ້າ​ສະ​ເຫ​ນີ ​ໃຫ້ບັນດາ​ກຳລັງ​ກ່ຽວຂ້ອງ​ຕັ້ງຫນ້າ​ໂຄສະ​ນາກ່ຽວ​ກັບ​ຫົວ​ເລື່ອງ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ​ຢ່າງເລິກ​ເຊິ່ງ.”

 

 

 

ຂ່າວ/ບົດ​ອື່ນ