ລາຍການພົບປະແລກປ່ຽນສິລະປະເພື່ອຕອບບຸນແທນຄຸນນັກຮົບເສຍສະຫລະຊີວິດເພື່ອຊາດ

ລາຍການພົບປະແລກປ່ຽນສິລະປະເພື່ອຕອບບຸນແທນຄຸນນັກຮົບເສຍສະຫລະຊີວິດເພື່ອຊາດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມລາຍການ
ພາບ:hanoimoi.com


(vovworld) - ​​ເພື່ອ​ເປັນ​ການ​ສະ​ເຫລີ​ມສະຫລອງ 65 ປີ ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ​ ​ແລະ ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ຕອນ​ຄຳ່​ວັນ​ທີ 24/7 ຢູ່ ຮ່າ​ໂນ້ຍໄດ້​ດຳ​ເນີນ​ລາຍການ​ພົບ​ປະແລກປ່ຽນ​ສິລະ​ປະ​ເພື່ອ​ຕອບ​ບຸ​ນ​ແທນ​ຄຸນ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ແລະ ບັນດາ​ການ​ນຳ​ພັກ ​ແລະ ລັດ, ​ແມ່ ຫວຽດນາມ ວິລະ​ຊົນ, ຍາດຕິ​ພີ່ນ້ອງ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ຊາວ​ນະຄອນຫລວງ ຮ່າ​ໂນ້ຍ​ເຂົ້າ​ຮ່ວມ​​ເປ​ັນຈຳນວນ​ຫລວງຫລາຍ. ລາຍການນີ້​ແມ່ນ​ໂອກາດ​​​ເພື່ອເຊີດ​ຊູ, ສະ​ແດງ​​ຄວາມ​ຮູ້​ບຸນຄຸນຕໍ່ບັນດາ​ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ແລະ ​ແມ່ ຫວຽດນາມ ວິລະ​ຊົນ… ກ່າວ​ຄຳ​ເຫັນ​ນະ​ພິທີ, ພົນ​ໂທ Le Van Han ປະທານ​ສະມາຄົມ​ຫນູນ​ຊ່ວຍ​ຄອບຄົວ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ຫວຽດນາມ ຊີ້​ແຈງ​ວ່າ:

        “ສະມາຄົມ​ຫນູນ​ຊ່ວຍ​ຄອບຄົວ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພັກ, ທົ່ວ​ປວງ​ຊົນ​ເອົາ​ໃຈ​ໃສ່ການ​ເຊີດ​ຊູ ​ແລະ ສະ​ແດງ​ຄວາມຮູ້​ບຸນຄຸນ​ຕໍ່ບັນດາ​ນັກຮົບ​ເສຍ​ສະລະ​ຊີວິດ​ເພື່ອ​ຊາດ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ບໍ່​ພຽງ​ແຕ່​​ສະ​ແດງ​ໃຫ້​ເຫັນຫລັກ​ສິນ​ທຳ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ​ເທົ່າ​ນັ້ນ ຫາກ​ມີ​ລັກສະນະ​ການ​ເມືອງ, ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ