ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ-ຈີນ
(ພາບ: tienphong.vn)
|
(vovworld) – ວັນທີ 15/5, ຢູ່ນະຄອນ ລາວກາຍ, ໄດ້ດຳເນີນລາຍການພົວພັນແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 2 ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ສປ ຈີນ ຈັດຕັ້ງ. ລາຍການດຳເນີນຮອດວັນທີ 18/5, ຢູ່ນະຄອນ ລາວກາຍ, ແຂວງ ລາວກາຍ (ປະເທດ ຫວຽດນາມ) ແລະ ແຂວງ ຢວຽນໜານ (ປະເທດຈີນ). ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດ. ຜ່ານນັ້ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການພົວພັນ 2 ຝ່າຍ, ກອງທັບ 2 ປະເທດໃຫ້ພັດທະນາຢ່າງໝັ້ນຄົງ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ 2 ປະເທດ ກ່ຽວກັບສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການພັດທະນາຍາວນານ.