ລາຍການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ຮ່ວມກົມກອງ

ລາຍການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ຮ່ວມກົມກອງ - ảnh 1
ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນມອບ​ຂອງ​ຂວັນ​ໃຫ້
ນັກ​ຮົບ​ເກົ່າ​ແລະ​ແມ່​ຫວຽດ​ນາມ​ວິ​ລະ​ຊົນ

(vovworld)- ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງ ວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິ​ດ​ເພື່ອ​ຊາດ ຄື​ວັນ​ທີ 27/7, ຕອນ​ຄ່ຳ​ວັນ​ທີ 16/7 ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ສົມ​ທົບ​ກັບ ສະ​ຫະ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​​ນັກ​ຮົບ​ເກົ່າ​ຫວຽດ​ນາມ ຈັດ​ຕັ້ງ​ລາຍ​ການ “ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ຮ່ວມ​ກົມ​ກອງ”. ໃນ​ໂອ​ກາດນີ້, ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ເຂົ້າ​ຮ່ວມ ແລະ ມອບ​ຂອງ​ຂວັນ​ໃຫ້​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ວິ​ລະ​ຊົນ​ແຮງ​ງານ​ດີ​ເດັ່ນ. ລາຍ​ການ​ດັ່ງ​ກ່າວ​ແມ່ນ​ເພື່ອ​ເຊີດ​ຊູ, ລະ​ດົມ​ກຳ​ລັງ​ໃຈ ແລະ ຍ້ອງຍ​ໍ​ບັນ​ດາ​ນັກ​ທຸ​ລະ​ກິດ​ແມ່ນ​ນັກ​ຮົບ​ເກົ່າດີ​ເດັ່ນ ໄດ້​ຝ​ຶກ​ຝົນ​ຫລໍ່​ຫລອມ​ໃນ​ສົງ​ຄາມ​ປະ​ຕິ​ວັດ, ແຕ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ມ​ີ​ຫົວ​ຄິດ​ປະ​ດິດ​ສ້າງ, ກ້າ​ຄິດ​ກ້າ​ເຮັດ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ປ່ຽນ​ໃຫມ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ມີ​ຜົນ​ງານ​ຫລາຍ​ຢ່າງ​ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ.

 

ຕອບກັບ

ຂ່າວ/ບົດ​ອື່ນ