ລາຍການສະແດງປະສີລະປະເພື່ອສະເຫຼີມສະຫຼອງວັນມູນເຊື້ອແຂ່ງຂັນຮັກຊາດ

ລາຍການສະແດງປະສີລະປະເພື່ອສະເຫຼີມສະຫຼອງວັນມູນເຊື້ອແຂ່ງຂັນຮັກຊາດ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ເຂົ້າຮ່ວມພິທີ
ສະ​ເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈິ​ມິນ ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ
(ພາບ: chinhphu.vn)


(vovworld) - ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈິ​ມິນ ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ, ຕອນ​ຄໍ່າ​ວັນ​ທີ 11/06, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ສະພາ​ແຂ່ງຂັນ - ຍ້ອງຍໍ​ສູນ​ກາງ ​ໄດ້ສົມທົບ​ກັນ​ຈັດ​ຕັ້ງ​ລານກາ​ນສະ​ແດງສີ​ລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ “ບັນດາ​ຄັນ​ທຸງນຳ​ໜ້າ”. ກ່າວ​ຄຳ​ເຫັນ​ຢູ່ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ເນັ້ນ​ໜັກ​ວ່າ ​ໃນ​ສະພາບ​ການ​ໃໝ່, ຄຽງ​ຂ້າງ​ບັນດາ​​ໂອ​ກາດ ​ແລະ ຄວາມ​ສະດວກ, ຫວຽດນາມ ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຄວາມ​ຫຍຸ້ງຍາກ, ​ເພື່ອ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ດັ່ງກ່າວ ບໍ່​ມີ​ກຳລັງ​ແຮງ​ໃດ​ໃຫຍ່​ກວ່າ​ກຳລັງ​ພາຍ​ໃນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ.. ດ້ວຍ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ.

    “ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ຂະ​ແໜງ​ການ​ທຸກ​ຂັ້ນ, ບັນດາ​ອົງການ, ອົງການ​ຈັດ​ຕັ້ງ ສ້າງ​ບັນດາ​ລາຍການ​ແຂ່ງຂັນ​ຮັກ​ຊາດ​ຢູ່​ຫົວໜ່ວຍ​ຂອງ​ຕົນ. ​ໃນ​ນັ້ນ ຍົກ​ອອກ​ບັນດາມາດ​ຕະການອັນ​ລະອຽດ ​ເພື່ອ​ຈັດ​ຕັ້ງ​ການ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ກາຍ​ເປັນ​ຂະ​ບວນການກວ້າງຂວາງຂອງ​ມະຫາຊົນ, ​ແມ່ນ​ກຳລັງ​ໜູນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລ​ະ ສ້າງ​ມະນຸດ​ໃໝ່”.

      ແລະ​ກໍ​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ສະພາ​ແຂ່ງຂັນ ຍ້ອງຍໍ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ໃຫ້​ແກ່​ງານ​ປະ​ກວດ​ຖ່າຍຮູບ ​ແລະ ​ແຕ່ງບົດ​ເພງ​ກ່ຽວ​ກັບ​ຫົວ​ຂໍ້​ “​ແຂ່ງຂັນ​ຮັກ​ຊາດ​ເພື່ອ​ນະຄອນ​ທີ່​ສວຍ​ງາມ, ສີວິ​ໄລ”. ພາຍຫຼັງ 2 ​ເດືອນ​ແຫ່ງ​ການ​ປຸກລະດົມ, ຄະນະ​ຈັດ​ຕັ້ງ​ເລືອກ​ໄດ້ 7 ບົດ​ເພງທີ່ດີ​ເດັ່ນ​ມີ​ເນື້ອ​ໃນ​ໂຄສະນາ​ແນວ​ຄິ​ດປະທານ​ໂຮ່ຈິ​ມິນ ກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດ, ລະດົມ​ສະຕິ​ຕື່ນ​ຕົວ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ປະຊາຊົນ​ໃນ​ຊີວິດ​ສັງຄົມ, ພັ​ດທະນາ​ເສດຖະກິດ​ສັງຄົມ​ເພື່ອ​ມອບ​ລາງວັນ.
ຂ່າວ/ບົດ​ອື່ນ