ລາຍການສະແດງສິລະປະ ຂ່ຳນັບຊົມເຊີຍ ວັນມໍລະດົກຫວຽດນາມ

ລາຍການສະແດງສິລະປະ ຂ່ຳນັບຊົມເຊີຍ ວັນມໍລະດົກຫວຽດນາມ - ảnh 1
ລາຍການ​ສະ​ແດງ​ສິລະ​ປະ​ຂ່ຳນັບ​ຊົມ​ເຊີຍ​ວັນ​ມໍລະດົກ​ຫວຽດນາມ


Vovworld- ຕອນ​ຄ່ຳ​ວັນ​ທີ 23/11, ຢູ່​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ ທີ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ​ຂ່ຳນັບ​ຊົມ​ເຊີຍ​ວັນ​ມໍລະດົກ​ຫວຽດນາມ ( 23/11)  ​ແລະ ​ເປີດ​ສະຫຼອງ​ກຸ່ມ​ທາດ​ຈຳ. ທ່ານ​ນາງ ຕອງ​ທິຟ້ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມາ​ຮ່ວມ. ກ່າວ​ຄຳ​ເຫັນນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນ​ຕີ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໂຮ່​ແອ​ງຕ້ວນໄດ້​ຢືນຢັນ​ວ່າ ​ແຕ່​ລະ​ຊົນ​ຊາດ​ຊົນ​ເຜົ່າ​ຕ່າງ​ກໍ​ມີ​ພື້ນຖານ​ວັດທະນະທຳ ​ທີ່​ມີ​ສີສັນ​ສະ​ເພາະ​ຂອງ​ຕົນ, ສອ່ງ​ແສງ​ເຖິງ​ມູນ​ເຊື້ອ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ . ທ່ານ​ຮອງ​ລັດຖະມົນ​ຕີ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໂຮ່​ແອ​ງຕ້ວນ ​ເນັ້ນ​ໜັກ​ວ່າ : 

    “ ສາມັກຄີ, ມະຫາ​ສາມັກຄີ​ທັງ​ຊາດ ​ແມ່ນ​ມູນ​ເຊື້ອ​ທີ່​ປະ​ເສີດ​ເລີດ​ລ້ຳ, ​ເປັນ​ມໍລະດົກ​ອັນ​ລ້ຳ​ຄ່າ​ທີ່​ໄດ້​ມີ​ມາ​ແຕ່​ດຶກ​ດຳ​ບັນ ຊຶ່ງພວມສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ ​ແລະ ​ເສີມ​ຂະຫຍາຍ. ການເປີດ​ສະຫຼອງ​ກຸ່ມ​ທາດ​ຈຳຢູ່​ທີ່​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ​ໃນ​ມື້​ນີ້, ອີກ​ເທື່ອ​ໜຶ່ງ​ປະກອບສ່ວນ​ຢັ້ງຢືນ​ການ​ສືບ​ທອດ ​ແລະ ຍືນ​ຍົງ​ຄົງ​ຕົວ​ຂອງ​ວັດທະນະທຳ​ຫວຽດນາມ ”  

ຂ່າວ/ບົດ​ອື່ນ