ລາຍການສະແດງສິລະປະ ດ້ວຍຫົວຂໍ້ວ່າ “ຄໍາສັ່ງສອນຂອງປະທານໂຮ່ຈີມິນ ກ່ອນທີ່ຈະຈາກໄປ”

(VOVWORLD) - ລາຍການສະແດງສິລະປະດັ່ງກ່າວ ແມ່ນຂອງຂວັນທາງດ້ານສິລະປະທີ່ມີຄວາມໝາຍ ເຊິ່ງບັນດານັກສິລະປິນ ແລະ ຜູ້ຈັດທໍາລາຍການປະຕິບັດເພື່ອລະນຶກເຖິງປະທານໂຮ່ຈີມິນ.
ລາຍການສະແດງສິລະປະ ດ້ວຍຫົວຂໍ້ວ່າ “ຄໍາສັ່ງສອນຂອງປະທານໂຮ່ຈີມິນ ກ່ອນທີ່ຈະຈາກໄປ” - ảnh 1ການນໍາພັກ, ລັດ ເຂົ້າຮ່ວມລາຍການ (ພາບ: VOV) 

ລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ວ່າ “ຄໍາສັ່ງສອນຂອງປະທານໂຮ່ຈີມິນ ກ່ອນທີ່ຈະຈາກໄປ” ຖືກດໍາເນີນໃນຕອນຄໍ່າວັນທີ 25 ສິງຫາ ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ລາຍການດັ່ງກ່າວ ໂດຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ (1969 – 2019) ແລະ ຄົບຮອບ 50 ປີ ແຫ່ງວັນເພິ່ນເຖິງແກ່ມໍລະນະກໍາ (ວັນທີ 2 ກັນຍາ  1969 – 2 ກັນຍາ 2019). ເຂົ້າຮ່ວມລາຍການດັ່ງກ່າວ ມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ ແລະ ການນໍາພັກ, ລັດ ອີກຫຼາຍທ່ານ.

        ລາຍການສະແດງສິລະປະດັ່ງກ່າວ ແມ່ນຂອງຂວັນທາງດ້ານສິລະປະທີ່ມີຄວາມໝາຍ ເຊິ່ງບັນດານັກສິລະປິນ ແລະ ຜູ້ຈັດທໍາລາຍການປະຕິບັດເພື່ອລະນຶກເຖິງປະທານໂຮ່ຈີມິນ. ລາຍການສະແດງສິລະປະລວມມີ 3 ພາກຄື: “ປະທານໂຮ່ຈີມິນ ໄປຊອກຫາເສັ້ນທາງກູ້ຊາດ”; “ປະທານໂຮ່ຈີມິນກັບຄືນເມືອປະເທດ” ແລະ “ປະທານໂຮ່ຈີມິນ ເປັນຄວາມເຊື່ອໝັ້ນຍາດໄດ້ໄຊຊະນະຢ່າງແນ່ນອນ” ເຊິ່ງໄດ້ຈັດທໍາຢ່າງຮອບຄອບຖີ່ຖ້ວນ.


ຕອບກັບ

ຂ່າວ/ບົດ​ອື່ນ