ລາຍການສະແດງສິລະປະ“ຄວາມມຸ່ງຫວັງໃນລະດູບານໃຫມ່”

ລາຍການສະແດງສິລະປະ“ຄວາມມຸ່ງຫວັງໃນລະດູບານໃຫມ່” - ảnh 1
ລາຍການສິລະປະ“ຄວາມ​ມຸ່ງ​ຫວັງ​ໃນ​ລະດູບານ​ໃຫມ່”

(vovworld) - ຕອນ​ຄຳ່​ວັນ​ທີ 9/4 ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ມີ​ຫົວ​ຂໍ້​ວ່າ“ຄວາມ​ມຸ່ງ​ຫວັງ​ໃນ​ລະດູບານ​ໃຫມ່” ​ເປັນ​ການ         ​ປີ​ດທ້າຍ​ການ​ເຄື່ອນ​ໄຫວ​​ໃນ​ຂອບ​ເຂດ​ເຫດການ“ລະດູບານ​ໃຫມ່​ເຊີດ​ຊູ​ວັດທະນະທຳ​ຊົນ​ເຜົ່າ 2014” ຊື່​ງຈັດ​ຂຶ້ນ​ແຕ່​ວັນ​ທີ 5-9/4. ​ເຫດການ​ນີ້ ​ໂດຍ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ສົມທົບ​ກັບ​ບັນດາ​ອົງການສັງຄົມ, ວິຊາ​ຊີບ ຈັດ​ຕັ້ງ​ຂຶ້ນ ​ເພື່ອ​ຕອບ​ສະຫນອງ​ ວັນ​ວັດທະນະທຳ​ຫວຽດນາມ ຄື​ວັນ​ທີ 19/4 ປະຈຳ​ປີ ​ແລະ ​ວັນໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ຄື​ວັນ​ທີ 10/3 ​ໄລ່​ຕາມ​ຈັນທະ​ປະຕິທິນ. ລາຍການ​ສະ​ແດງ​ສິລະ​ປະ“ຄວາມ​ມຸ່ງ​ຫວັງ​ລະດູບານ​ໃຫມ່” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປິນນັບ​ຮ້ອຍ​ຄົນ, ບັນດາ​ກອງ​ສິລະ​ປະ.. ພ້ອມ​ກັບ​ບັນດາ​ລາຍການ​ສິລະ​ປະ​ຍ້ອງຍໍ​ສັນລະ​ເສີນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະ​ເທດ​ຊາດ, ຈຸດ​ທີ່​ດີງາມ​ຂອງ​ບັນດາ​ຊົນ​ເຜົ່າຫວຽດນາມ. ທ່ານ ຮ່າ​ມີ​ງເຫ້ວ, ຮອງ​ປະທານ​ປະຈຳ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ, ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ:

        “ນີ້​​​​ເປັນຄັ້ງ​ທຳ​ອິດ​ທີ່ສະມາຄົມ​ນັກ​ຂ່າວ​ຫວຽດນາມ ສົມທົບ​ກັບ​ຫລາຍ​ຫົວຫນ່ວຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່ ​ແລະ ດຳ​ເນີນ​ໄປ​ໃນ​ຫລາຍ​ມື້. ຜ່ານລາຍການ, ຄະນະ​ຈັດ​ຕັ້ງ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາ​ຈິດ, ລະດົມ​ການ​ປະກອບສ່ວນ​ຂອງ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ປະຊາ​ຄົມ​ວິ​ສາ​ຫະກິດ ປະກອບສ່ວນ​ແບ່ງ​ເບົາ​ກັບ​​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ເດັກ​ພະ​ເນ​ຈອນ.

ຂ່າວ/ບົດ​ອື່ນ