ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ “ທຳ​ນອງ​ປະ​ເທດ​ຊາດ” ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ ອ​າ​ໄສ​ຢູ່ ລັດ​ເຊຍ

(VOVWORLD) -     ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ຫາກໍດຳເນີນລາຍການສະແດງສິລະປະສັງລວມ ດ້ວຍຫົວຂໍ້ “ທຳນອງປະເທດຊາດ”. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ແນໃສ່ຂ່ຳນັບຮັບຕ້ອນວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຄົບຮອບ 77 ປີ.
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ “ທຳ​ນອງ​ປະ​ເທດ​ຊາດ” ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ ອ​າ​ໄສ​ຢູ່ ລັດ​ເຊຍ - ảnh 1ລາຍການສະແດງສິລະປະ “ທຳນອງປະເທດຊາດ”

ໂດຍປະຕິບັດຕາມຂໍ້ສະເໜີຂອງສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ໄດ້ຮັບຄຳຊີ້ນຳ ແລະ ການອະນຸຍາດຈາກກະຊວງປ້ອງກັນປະເທດ, ທິມກອງວັດທະນະທຳການທະຫານ ເຂົ້າຮ່ວມ Army Games 2022 ໄດ້ສົມທົບກັບ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລັດເຊຍ ຈັດລາຍການສະແດງສິລະປະສັງລວມ “ທຳນອງປະເທດຊາດ”, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ທີ່ນັ້ນ. ທ່ານນາງ ດັ້ງໝີແຮ້ງ, ຮອງຫົວໜ້າພະແນກວັດທະນະທຳ, ສິລະປະວັນນະຄະດີ, ກົມໂຄສະນາອົບຮົມ - ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ໄດ້ແບ່ງປັນຄວາມໝາຍຂອງລາຍການສະແດງສິລະປະດັ່ງກ່າວວ່າ:

        “ນີ້ແມ່ນລາຍການທີ່ມີຄວາມໝາຍຢ່າງເລິກເຊິ່ງ, ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ທະຫານລຸງໂຮ່ ທີ່ມີຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລັດເຊຍ. ເພາະວ່າໃນຊຸມປີຜ່ານມາ, ເວລາພວກຂ້າພະເຈົ້າເຂົ້າຮ່ວມ Army Games ລ້ວນແຕ່ໄດ້ຮັບການປະກອບສ່ວນ, ຊ່ວຍເຫຼືອ, ແບ່ງປັນຈາກປະຊາຄົມສຳລັບກອງທັບປະຊາຊົນ ຫວຽດນາມ ໃນການປະຕິບັດໜ້າທີ່. ຂ້າພະເຈົ້າກໍຖືວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດຕິດພັນກັບນ້ຳໃຈລະຫວ່າງກອງທັບກັບປະຊາຊົນ, ລະຫວ່າງທະຫານກັບພໍ່ແມ່ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ຊາວ ຫວຽດນາມ ອາໄສຢູ່ ລັດເຊຍ ເວົ້າສະເພາະໃຫ້ແໜ້ນແຟ້ນຕື່ມອີກ. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ເລືອກເອົາການຈັດລາຍການ, ເນື້ອໃນ ແລະ ຫົວຂໍ້ນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ