ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂ່ຳນັບຮັບຕ້ອນວັນດົນຕີ ຫວຽດນາມ ຄັ້ງທີ 9

(VOVWORLD) - ເຂົ້າຮ່ວມລາຍການ, ຜູ້ຊົມໄດ້ຮັບຊົມບັນດາບົດປະພັນດົນຕີດີເດັ່ນຂອງບັນດານັກປະພັນດົນຕີທີ່ມີຊື່ສຽງຂອງ ຫວຽດນາມຄື: ຫງວຽນດິ່ງທີ, ຮູຍຢູ, ວັນກາວ, ໂດ໋ຮົ່ງກວນ…
ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂ່ຳນັບຮັບຕ້ອນວັນດົນຕີ ຫວຽດນາມ ຄັ້ງທີ 9 - ảnh 1ວົງດົງຕີປະສານສຽງ

ຕອນຄ່ຳວັນທີ 3 ກັນຍາ, ລາຍການສິລະປະຂ່ຳນັບຮັບຕ້ອນວັນດົນຕີ ຫວຽດນາມ ຄັ້ງທີ 9 ໂດຍສະມາຄົມນັກປະພັນດົນຕີ ຫວຽດນາມ ຈັດຕັ້ງຢູ່ ສະຖາບັນດົນຕີແຫ່ງຊາດ ຫວຽດນາມ. ເຂົ້າຮ່ວມລາຍການ, ຜູ້ຊົມໄດ້ຮັບຊົມບັນດາບົດປະພັນດົນຕີດີເດັ່ນຂອງບັນດານັກປະພັນດົນຕີທີ່ມີຊື່ສຽງຂອງ ຫວຽດນາມຄື: ຫງວຽນດິ່ງທີ, ຮູຍຢູ, ວັນກາວ, ໂດ໋ຮົ່ງກວນ…

        ວັນທີ 3 ກັນຍາ 1960, ປະທານໂຮ່ຈີມິນ ໄດ້ບັນຊາວົງດົນຕີປະສານສຽງ ແລະ ມະຫາຊົນປະຊາຊົນ ຂັບຮ້ອງບົດເພງ “ສາມັກຄີ” ເພື່ອສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ 3 ຂອງພັກກອມມູນິດ ຫວຽດນາມ ຢູ່ຮ່າໂນ້ຍ. ນັບແຕ່ປີ 2010, ວັນທີ 3 ກັນຍາ ໄດ້ຮັບການເລືອກ ເປັນ “ວັນດົນຕີ ຫວຽດນາມ”. ນີ້ແມ່ນວັນບຸນເຊີດຊູພື້ນຖານດົນຕີ, ລະດົມກຳລັງໃຈບັນດານັກສິລະປິນເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອ ແລະ ການປະຕິວັດຂອງດົນຕີ ຫວຽດນາມ, ສູ້ຊົນມີບັນດາບົດປະພັນທີ່ມ່ວນ, ມີການເຄື່ອນໄຫວດົນຕີຫຼາຍຢ່າງທີ່ມີຄວາມໝາຍ, ປະກອບສ່ວນສ້າງຊີວິດທາງດ້ານຈິດໃຈທີ່ອຸດົມສົມບູນ, ປອດໃສ, ສຶກສາໃຫ້ລຸ້ນໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ