ລາຍການສະແດງສິລະປະ“ນ້ຳໃຈໄຕບັກ”ທີ່ເປັນເອກະລັກສະເພາະ

ລາຍການສະແດງສິລະປະ“ນ້ຳໃຈໄຕບັກ”ທີ່ເປັນເອກະລັກສະເພາະ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ“ນ້ຳ​ໃຈ​ໄຕ​ບັກ”
(ພາບ: Dân trí)

(vovworld) – ລາຍ​ການ​ສະ​ແດງ​ສິ​ລະ​ປະ “ນ້ຳ​ໃຈ​ໄຕ​ບັກ” ໄດ້​ຈັດ​ຕັ້ງ​ຂຶ້ນໃນ​ຕອນ​ບ່າຍ​ວັນ​ທີ 5/11, ຢູ່​ຮ່າ​ໂນ້ຍ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ. ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ, ເນັ້​ນ​ໜັກ​ວ່າ​ເຂດ ໄຕ​ບັກ ແມ່ນ​ສະ​ຖານ​ທີ່​ຍຸດ​ທະ​ສາດ​ພິ​ເສດ​ສຳ​ຄັນ​ຂອງ​ທົ່ວ​ປະ​ເທດ, ເຂດ​ດິນ​ແດນ​ແຫ່ງນີ້​ມີ​ພື້ນ​ຖາ​ນ​ວັດ​ທະ​ນະ​ທຳ​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບ​ດ້ວຍ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ - ວັດ​ທະ​ນະ​ທຳ, ສະ​ຖານ​ທີ່​ຕິດ​ພັນ​ກັບ​ປະ​ຫວັດ​ສາດ​ທີ່​ອົງ​ອ​າດກ​້າ​ຫານ​ຂອງ​ຊາດ. ​ເຂດ​ໄຕ​​ບັກ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ, ທ່າ​ແຮງພັດ​ທະ​ນາ​ກະ​ສິ​ກຳ, ຜະ​ລິດ​ຕະ​ພັນ​ກະ​ເສດ, ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ, ຂຸດ​ຄົ້ນ​​ແຮ່ທາດ, ການ​ທ່ອງ​ທ່ຽວ, ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ. ພັດ​ທະ​ນາ​ ເຂດ​ໄຕ​ບັກ ຮອບ​ດ້ານ, ໝັ້​ນ​ຄົງ​ເຂັ້ມ​ແຂງ​​ແມ່ນ​ຄວາມ​ຮຽກ​ຮ້ອງ, ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ແມ່ນ​ໜ້າ​ທີ່​ສຳ​ຄັນ​ທີ່​ມີ​ຕໍ່​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ຍາວ​ນານ​ຂອງ​ປະ​ເທດ​ຊາດ.

    ພ້ອມ​ກັບ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຄະ​ນະ​ຈັດ​ຕັ້ງ​ໄດ້​ເຊີດ​ຊູ 56 ແບບ​ຢ່າງ​ທີ່​ດີ​ເດັ່ນ​ຊຶ່ງ​ຕາງ​ໜ້າ​ໃຫ້ 14 ແຂວງ​ເຂດ​ໄຕ​ບັກ.



ຂ່າວ/ບົດ​ອື່ນ