(VOVWORLD) - ຕອນຄ່ຳວັນທີ 05 ມັງກອນ, ຢູ່ ໂຮງລະຄອນ ໂຮ່ເກືອມ (ຮ່າໂນ້ຍ), ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດລາຍການສະແດງສິລະປະພິເສດ “ຄວາມຮັກ ແລະ ຄວາມເຊື່ອໝັ້ນ ຢ່າງສົມບູນຕໍ່ພັກ” ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ລາຍການລວມມີ 3 ພາກ, ດ້ວຍການສະແດງວັດທະນະທຳ ແລະ ສິລະປະ, ເຊື່ອມຕໍ່ມູນເຊືິ້ອອັນເລິກເຊິ່ງກັບຊີວິດໃນປະຈຸບັນ ແລະ ຈຸດສຸມແມ່ນສົ່ງສານກ່ຽວກັບຄວາມຮັກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ (ພາບ: VOV)
|
ລາຍການມີການເຂົ້າຮ່ວມຂອງທ່ານ ຈິ້ງວັນກວຽດ ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ແລະ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ. ກ່າວຄຳເຫັນເປີດລາຍການ, ທ່ານ ໂດຕ໋ຽນສີ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:
ທ່ານ ໂດຕ໋ຽນສີ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ກ່າວຄຳເຫັນທີ່ລາຍການ |
“ດ້ວຍບົດບາດຂອງອົງການສື່ມວນຊົນຫຼັກຂອງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສຸມໃສ່ໂຄສະນາກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ປະກອບສ່ວນກຳນົດທິດຫາງສຽງສັງຄົມ, ສ້າງຄວາມເຫັນດີເປັນເອກະພາບກ່ຽວກັບຄວາມຮັບຮູ້ ແລະ ການກະທຳໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ. ວິທະຍຸກະຈາຍສຽງ ຫວຽດນາມ ກໍມີບັນດາຂະບວນການແຂ່ງຂັນເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກ ດ້ວຍຫຼາຍກິດຈະກຳທີ່ແທດຈິງ, ໃນນັ້ນ ມີລາຍການສະແດງສິລະປະ “ຄວາມຮັກ ແລະ ຄວາມເຊື່ອໝັ້ນ ຢ່າງສົມບູນຕໍ່ພັກ”, ວາດພາບມູນເຊື້ອປະຫວັດສາດຂອງຊາດ, ເຊື່ອມຕໍ່ຄຸນຄ່າວັດທະນະທຳ, ພ້ອມທັງປະກອບສ່ວນຢັ້ງຢືນຄວາມຮັກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ສົ່ງສານທີ່ວ່າ: “ໃນບໍ່ວ່າສະຖານະການໃດ, ປະຊາຊົນຍາມໃດກໍຮັກບ້ານເກີດເມືອງນອນ, ຈົ່ງຮັກພັກດີຕໍ່ພັກ ແລະ ຈົດຈຳບຸນຄຸນອັນຍິ່ງໃຫຍ່ຂອງລຸງໂຮ່ຕະຫຼອດການ.”
ນີ້ແມ່ນລາຍການສະແດງສິລະປະພິເສດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: VOV) |
ລາຍການດັ່ງກ່າວລວມມີ 3 ພາກ, ດ້ວຍການສະແດງວັດທະນະທຳ ແລະ ສິລະປະ, ເຊື່ອມຕໍ່ມູນເຊືິ້ອອັນເລິກເຊິ່ງກັບຊີວິດໃນປະຈຸບັນ ແລະ ຈຸດສຸມແມ່ນສົ່ງສານກ່ຽວກັບຄວາມຮັກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກໃນວິວັດທະນາການຊີ້ນຳນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ປະກອບສ່ວນສ້າງບັນຍາກາດຟົດຟື້ນ, ຄວາມເຫັນດີເຫັນພ້ອມ, ປຸກລຸກນ້ຳໃຈສາມັກຄີ, ຄວາມຮັບຜິດຊອບ ແລະ ຄວາມຄາດຫວັງອຸທິດສ່ວນ./.