ລາຍການສະແດງສິລະປະສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງອາຊຽນ

ລາຍການສະແດງສິລະປະສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 08 ສິງຫາ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ 18 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາ​ຊິກ​ຂອງ​ອາ​ຊຽນ, ສະຫະ​ພັນ​ບັນ​ດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບ​ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ​ຫວຽດນາມ, ກົມ​ວັດທະນະທຳ​ການຕ່າງປະ​ເທດ ​ແລະ UNESCO ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ໂຮງ​ລະ​ຄອນສິລະປະ​ກອງທັບຈັດ​ຕັ້ງ​ລາຍການ​ສະ​ແດງສິລະ​ປະ​ເພື່ອສະ​ເຫຼີ​ມສະຫຼອງ​ເຫດການ​ສຳຄັນ​ນີ້​ຢູ່​ຮ່າ​ໂນ້ຍ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຖືກ​ຈັດ​ຕັ້ງ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ໂຄສະນາຢ່າງ​ເລີກ​ເຊິ່​ງກວ້າງ​ຂວາງ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ທີ່​ເຂັ້ມ​ແຂງ ​ແລະ ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້​ການ​ພົບ​ປ​ະ​ແລກປ່ຽນ, ​ເຊື່ອມ​ຕໍ່​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ກໍ່​ຄື​ເພີ່ມ​ທະວີ​ຄວາມ​ສາມັກຄີ​ຂອງ​ປະຊາຊົນ​​ໃນ​ປະຊາ​ຄົມ​ອາ​ຊຽນ. ບັນດາ​ລາຍການ​ສະ​ແດງສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫຼາຍ​ປະ​ເທດ ​ໄດ້​​ແນະນຳວັດທະນະທຳ​ທີ່​ມີ​ສີ​ສັນ​ຫຼາກ​ຫຼາຍ, ສ້າງ​ເປັນ​ຮູບ​ພາບ​ສັງລວມກ່ຽວ​ກັບ​ກຸ່ມ​ກອນ​ມະຫາ​ສາມັກຄີ​ຂອງ​ອາ​ຊຽນ.
ຂ່າວ/ບົດ​ອື່ນ