ລາຍການເຄື່ອນໄຫວປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງລັດຖະບານ ຫວຽດນາມ

(VOVWORLD) -ລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ມະຕິຕົກລົງ ເລກທີ 126 ກ່ຽວກັບ ລາຍການເຄື່ອນໄຫວຂອງ ລັດຖະບານ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ເຖິງ 2020.
ລາຍການເຄື່ອນໄຫວປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງລັດຖະບານ ຫວຽດນາມ - ảnh 1 (ພາບປະກອບອີນເຕີແນັດ)

ເປົ້າໝາຍຂອງລາຍການແມ່ນແນໃສ່ຈັດຕັ້ງປະຕິບັດບັນດາໜ້າທີ່ຂອງລັດຖະບານໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງເປັນຢ່າງດີ ເພື່ອແນໃສ່ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2016 – 2020 ຢ່າງມີໄຊ ໂດຍກອງປະຊຸມສະໄໝສາມັນ ເທື່ອທີ 11 ສະພາແຫ່ງຊາດ ຊຸດທີ 13 ໄດ້ຮັບຮອງເອົາ; ແກ້ໄຂບັນດາຂໍ້ຈຳກັດ, ບັນດາຈຸດອ່ອນ, ສ້າງການຫັນປ່ຽນຢ່າງຈະແຈ້ງໃນໄລຍະຈະມາເຖິງ, ສະກັດກັ້ນ, ຍູ້ການສໍ້ລາດບັງຫຼວງໃຫ້ຖອຍໄປເທື່ອລະກ້າວ.

        ລາຍການເຄື່ອນໄຫວແມ່ນແຜນການລະອຽດເພື່ອປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ມາເຖິງ 2020 ແລະ ປະຕິບັດແຜນການປະຕິບັດສົນທິສັນຍາສະຫະປະຊາຊາດ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ. ຕາມນັ້ນແລ້ວ, ລັດຖະບານໄດ້ຍົກບັນດາກຸ່ມໜ້າທີ່ຕົ້ນຕໍທີ່ຈະປະຕິບັດແຕ່ປັດຈຸບັນເຖີງ ປີ 2020ອອກມາ, ໃນນັ້ນໄດ້ເອົາໃຈໃສ່ເປັນພິເສດວຽກງານຍົກສູງບົດບາດ, ຄວາມຮັບຜິດຊອບຂອງພະນັກງານ, ລັດຖະກອນ; ສ້າງລະບອບລະບຽບການກ່ຽວກັບການຄຸ້ມຄອງດ້ານເສດຖະກິດ - ສັງຄົມໃຫ້ສົມບູນແບບ; ຮັບປະກັນປະສິດທິຜົນປະສິດທິພາບຂອງວຽກງານ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ຍົກສູງຄວາມຮັບຮູ້ ແລະ ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງສັງຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ