ລາຍການໂທລະພາບກ່ຽວກັບບັນດາເຜົ່າສ່ວນໜ້ອຍຢູ່ຫວຽດນາມອອກອາກາດໃນໂອກາດບຸນປີໃໝ່2016

ລາຍການໂທລະພາບກ່ຽວກັບບັນດາເຜົ່າສ່ວນໜ້ອຍຢູ່ຫວຽດນາມອອກອາກາດໃນໂອກາດບຸນປີໃໝ່2016 - ảnh 1
ສະ​ເໜີ​ຕົວ​ລາຍ​ການ​ໂທ​ລະ​ພາບ “ການ​ເດີນ​ທາງ​ໄປ​ຍັງເຂ​ດ​ພູ​ດອຍ”
(ພາບ: vietnamnet)


(vovworld) –​ ຕອນ​ບ່າຍ​ວັນ​ທີ 30/12, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື​່ສານ ໄດ​້​ສະ​ເໜີ​ຕົວ​ລາຍ​ການ​ໂທ​ລະ​ພາບ “ການ​ເດີນ​ທາງ​ໄປ​ຍັງເຂ​ດ​ພູ​ດອຍ” ​ເຖິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ຕ່າງໆຢູ່​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ລາຍ​ການ​ລວມ​ມື 18 ​ມ້ວນ, ແຕ່​ລະ​ມ້ວນ​ມີ​ຄວາມ​ຍາວ 30 ນາ​ທີ, ໃນ​ນັ້ນ​ມີ 16 ມ້ວນແນະ​ນຳ​ກ່ຽວ​ກັບ​​ບັນ​ດາ​ຊົນ​ເຜົ່າ​ຄື: ໂລ​ໂລ, ​ປາ​ແຖນ, ປູ​ແ​ປ໋​ວ, ເກີ​ລາວ, ໂບ໋​ອີ… ສ່ວນ 2 ມ້ວນສຸດ​ທ້າຍ​ແມ່ນ​ເຕື້ອງ​ເຖິງ​ຄຸນ​ຄ່າ​​ຕົ້ນ​ຕໍ່​ກ່ຽວ​ກັບ​ວັດ​ທະ​ນະ​ທ​ຳ ແລະ ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ສຳ​ລັບ​ບັນ​ດາ​ເຜົ່າ​​ມ​ີ​ພົນ​ລະ​ເມືອງ​ໜ​້ອຍ​ທີ່​ສຸດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື​່ສານ ເຈືອງ​ມິງ​ຕ໋ວນ, ຖື​ວ່າ.

      “ຜ່ານ​ບັນ​ດາ​ລາຍ​ການ​ໂທລະ​ພາບ ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​​ຊົນເຜົ່າ​ສ່ວນ​ໜ້ອຍ​ຄັ້ງ​ນີ້. ພວກ​ເຮົາ​ຈະ​ໄດ້​ເຫັນ​ບັນ​ດາ​ບັນ​ຫາ​ພວ​ມ​ພົ້ນ​ເດັ່ນ​ຂຶ້ນ​ຄື ​ການ​ກະ​ທົບ​ຈາກ​ສະ​ພາບ​ແວດ​ລ້ອ​ມ​ ເຮັດ​ໃຫ້​​ມີ​ການປ່ຽນ​ແປງ​ຫຼາຍ​ຢ່າງ, ໃນ​ນັ້ນ​ມີ​ຊີ​ວິດ​ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຊົນ​ເຜົ່າ. ​ກໍ​ຄື​ການຄົ້ນ​ຫາ​ເຂດ​ດິນ​​ທີ່​ຍັງ​ຮົກ​ເຮື້ອເປົ່າ​ຫວ່າງ, ​ບັນ​ດາ​ເລື່ອງ​ລາວ​ທີ່ແປກ​ປະ​ຫຼາດ, ລຶກ​ລັບ, ດູດ​ດືມ…”

      ລ​າຍ​ການ​ຍັງ​ປະ​ກອບ​ສ່ວນ​ເຂົ້າ​ໃນການ​ໂຄ​ສະ​ນາ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ກົດ​ໝາ​ຍ​ຂອງ​ພັກ, ລັດ ກ່ຽວ​ກັບ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ບັນ​ດາ​ເຜົ່າ​ສ່ວນ​ທີ່​ມີ​ພົນ​ລະ​ເມືອງ​ໜ້ອຍ​ທີ່​ສຸດ ແລະ ຮຽກ​ຮ້ອງ​ການ​ຊ່ວຍ​ເຫຼືອ​ຈາກ​ສັງ​ຄົມ ເພື່ອ​ໃຫ້​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ໃນ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ລາຍ​ການ​ຈະ​​ເລີ່ມ​ອອກ​ອາ​ກາດ​ໃນ​ວັນ​ທີ 02/01/2016.

ຂ່າວ/ບົດ​ອື່ນ