ລາວ, ກູບາ ມານະພະຍາຍາມຊຸກຍູ້ການພົວພັນສອງຝ່າຍ

(VOVWORLD) -   ປະຕູຖານຂໍ້ມູນຂ່າວສານ Vientiane Times ໄດ້ໃຫ້ຂ່າວວ່າ, ໃນການພົບປະຢູ່ນະຄອນຫຼວງ ວຽງຈັນ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບສະພາບການຢູ່ແຕ່ລະປະເທດ

ວັນທີ 11 ພະຈິກ, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ສປປ ລາວ ແລະ ທ່ານ Miguel Diaz Canel, ປະທານສະພາແຫ່ງລັດ, ສະພາລັດຖະມົນຕີ ກູບາ ເຫັນດີເປັນເອກະພາບຊຸກຍູ້ບັນດາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

        ປະຕູຖານຂໍ້ມູນຂ່າວສານ Vientiane Times ໄດ້ໃຫ້ຂ່າວວ່າ, ໃນການພົບປະຢູ່ນະຄອນຫຼວງ ວຽງຈັນ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບສະພາບການຢູ່ແຕ່ລະປະເທດ, ຕີລາຄາການພົວພັນສອງຝ່າຍໃນຊຸມປີຜ່ານມາ ແລະ ປຶກສາຫາລືກ່ຽວກັບບັນດາແຜນການຮ່ວມມືໃນອະນາຄົດ. ການນຳ ລາວ ໄດ້ຢັ້ງຢືນຄືນໃໝ່ການຢຶດໝັ້ນແນວທາງຂອງພັກ ແລະ ລັດຖະບານປະເທດນີ້ໃນການສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືກັບ ກູບາ, ພ້ອມທັງສະແດງເຈດຈຳນົງຊ່ວຍເຫຼືອ ລາວ ໃນບັນດາຂົງເຂດຄື ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ກິລາ ແລະ ສາທາລະນະສຸກ.

        ແລະກໍ່ໃນວັນດຽວກັນ, ທ່ານ Miguel Diaz Canel, ປະທານສະພາແຫ່ງລັດ, ສະພາລັດຖະມົນຕີ ກູບາ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້.

ຕອບກັບ

ຂ່າວ/ບົດ​ອື່ນ