(vovworld) - ມີນັກຮຽນ ແລະ ພະນັກງານ, ຄູອາຈານໂຮງຮຽນພ້ອມກັບຄະນະ, ຂະແໜງການຢູ່ນະຄອນຫຼວງວຽງຈັນ ກວ່າ 600 ຄົນ ໄດ້ເຂົ້າຮ່ວມການເສັງຊອກຮູ້ກ່ຽວກັບປະຫວັດສາດສາຍພົວພັນແບບພິເສດຫວຽດນາມ - ລາວ ເຊິ່ງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະວິວັດລາວ ສົມທັບກັບສູນກາງຄະນະຊາວໜູ່ມປະຊາຊົນປະຕິວັດລາວ, ພະແນກສຶກສາ - ກິລາ ວຽງຈັນ ແລະ ໂຮງຮຽນພອນສະຫວັນ ແລະ ກຽມມະຫາວິທະຍາໄລຊົນເຜົ່ານະຄອນຫຼວງວຽງຈັນ ຈັດຕັ້ງໃນຕອນບ່າຍວັນທີ 26/9. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ວຽງແກ້ວ ພົມມະຫາໄຊ ຊີ້ແຈ້ງກ່ຽວກັບການເສັງຊອກຮູ້ສາຍພົວພັນຫວຽດນາມ - ລາວ, ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ ເພື່ອຕອບສະໜອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2012, ເພື່ອແນໃສ່ຊຸກຍູ້ສາຍພົວພັນສາມັກຄີ, ມິດຕະພາບພິເສດລະຫວ່າງສອງປະເທດ, ປະກອບສ່ວນໂຄສະນາ, ສຶກສາມູນເຊື້ອປະຕິວັດໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງສອງປະເທດ ກ່ຽວກັບຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ພັດທະນາຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງ.