ລາວ:ໄຂກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ24

ລາວ:ໄຂກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ24 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld)- ວັນ​ທີ 15/5 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ໄດ້​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 24 ແລະ ກອງ​ປະ​ຊຸມ​ແຮງ​ງານ + 3 ຄັ້ງ​ທີ 9. ຄະ​ນະ​ຜູ​້​ແທນ​ຫວຽດ​ນາມ ໂດຍ​ທ່ານ ດາວງອກ​ຢູງ, ລັດ​ຖະ​ມົນ​ຕີ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ນຳ​ຫນ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ.  ດ້ວຍ​ຫົວ​ຂໍ້: “ການ​ຫັນ​ປ່ຽນ​ຈາກ ການ​ຈ້າງ​ງານນອກ​ລະ​ບົບ​ເພື່ອ​ກ້າວ​ໄປ​ສູ່​ການ​ສົ່ງ​ເສີມ​ວຽກ​ທີ່​ມີ​ຄຸນ​ຄ່າ ແລະ ເປັນ​ທຳ ໃນ​ອາ​ຊຽນ”, ບັນ​ດາ​ລັດ​ຖະ​ມົນ​ຕີ ໄດ້​ແລກ​ປ່ຽນ​ທັດ​ສະ​ນະ​ເພື່ອ​ຫນູນ​ຊ່ວຍ​ວິ​ວັດ​ການ​ຫັນ​ປ່ຽນ​ ຈາກ ການ​ຈ້າງ​ງານນອກ​ລະ​ບົບ​ເພື່ອ​ກ້າວ​ໄປ​ສູ່​ການ​ສົ່ງ​ເສີມ​ວຽກ​ທີ່​ມີ​ຄຸນ​ຄ່າ ແລະ ເປັນ​ທຳ ໃນ​ອາ​ຊຽນ​ເພື່ອ​ນຳ​ມາ​ເຊິ່ງວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ທຸກ​ຄົນ.

ບັນ​ດາ​ລັດ​ຖະ​ມົນ​ຕີ ກໍ​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ວິ​ໄສ​ທັດ ອາ​ຊຽນ 2025 ແລະ ແຜນ​ການ​ສັງ​ລວມ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ ສັງ​ຄົມ ອາ​ຊຽນ 2025. ອັດ​ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ ໄດ້​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ ວຽງ​ຈັນ ແລະ ຮັບ​ຮອງ​ເອົາ​ແຈ້ງ​ການ​ຮ​ວ່ມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 24.

ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ ໄດ້​ແບ່ງ​ປັນ​ບັນ​ດາ​ລາຍ​ການ, ນະ​ໂຍ​ບາຍ​ກໍ​ຄື​ບັນ​ດາ​ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ເພື່ອ​ຫນູນ​ຊ່ວຍ​ວິ​ວັດ​ການ​ຫັນ​ປ່ຽນ​ການ​ຈ້າງ​ງານນອກ​ລະ​ບົບ​ເພື່ອ​ກ້າວ​ໄປ​ສູ່​ການ​ສົ່ງ​ເສີມ​ວຽກ​ທີ່​ມີ​ຄຸນ​ຄ່າ ແລະ ເປັນ​ທຳ ໃນ​ອາ​ຊຽນ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 25 ຈະ​ຖືກ​ຈັດ​ຂຶ້ນ​ຢູ່ ສິງ​ກະ​ໂປ ໃນ​ປີ 2018.

 

ຕອບກັບ

ຂ່າວ/ບົດ​ອື່ນ