ວິກິດການ ຢູ່ ຊີຣີ ໄດ້ເພີ່ມຂຶ້ນລະດັບປະທະກັນດ້ວຍກຳລັງປະກອບອາວຸດ
ການປະທະກັນຢູ່ al-Qadam ຂຶ້ນກັບ Damascus ເມື່ອວັນທີ 25/7
(ພາບ: AFP/TTXVN)
(vovworld) - ການປະທະກັນຢູ່ ຊີຣີ ໄດ້ຫັນປ່ຽນຈາກລະດັບ “ສັບສົນ” ຂຶ້ນສູ່ການປະທະກັນດ້ວຍກຳລັງປະກອບອາວຸດ” ຕາມການຕີລາຄາຂອງລັດເຊຍ. ການປ່ຽນແປງນີ້ ມີຄວາມໝາຍວ່າ: ລັດເຊຍ ໄດ້ຍອມຮັບຢ່າງເປັນທາງການວ່າ ຊີຣີ ໄດ້ຕົກເຂົ້າສູ່ການປະທະກັນດ້ວຍກຳລັງປະກອບອາວຸດ. ປະຈຸບັນ, ລັດຖະບານ ຊີຣີ ພວມສະແດງຄວາມຕັດສິນໃຈບໍ່ຜ່ອນສັ້ນຜ່ອນຍາວເມື່ອຍູ້ແຮງບັ້ນຮົບຍູ້ກຳລັງຝ່າຍຄ້ານໃຫ້ຖອນອອກຈາກນະຄອນ Aleppo, ເຊິ່ງແມ່ນນະຄອນໃຫຍ່ອັບດັບ 2 ຂອງປະເທດນີ້ ພ້ອມທັງແມ່ນສະໜາມຮົບທີ່ດຸເດືອດໃນໜຶ່ງກ່ວາ ສັບປະດາຜ່ານມາ. ການປະທະກັນລະຫວ່າງ 2 ຝ່າຍນັບມື້ນັບຮ້າຍແຮງ ເມື່ອກຳລັງຝ່າຍຄ້ານໄດ້ຮັບຖືວ່າພວມໄດ້ຮັບການໜູນຊ່ວຍຈາກພາຍນອກ.
ໃນຂະນະນັ້ນ, ວັນທີ 1/8, ປະທານສະຫະພັນ ອາຮັບ ໄດ້ກ່າວປະມານຢ່າງແຮງຕໍ່ບັນດາການກະທຳດ້ານການທະຫານຢູ່ Aleppo. ກ່າວຄຳເຫັນພາຍຫຼັງການພົບປະກັບລັດຖະມົນຕີການຕ່າງປະເທດ Bungari ທ່ານ Nikolay Mladenov ຢູ່ ອີຢິບ, ທ່ານເລຂາທິການໃຫຍ່ສະຫະພັນ ອາຣັບ Nabil El – Araby ເວົ້າວ່າ: ການກະທຳດ້ານການທະຫານຢູ່ Aleppo ແມ່ນໂທດກຳສົງຄາມ ແລະ ໂທດກຳນີ້ຕ້ອງໄດ້ຮັບການລົງໂທດຈາກກົດໝາຍສາກົນ.