ວັງ Kremlin: ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ປະ​ທ​າ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທູດ​ພິ​ເສດ ອາ​ເມ​ລິ​ກາ ແມ່ນ​ມີ​ຜົນ​ປະ​ໂຫຍດ ແລະ ປະ​ສິດ​ທິ​ຜົນ

(VOVWORLD) - ການໂອ້ລົມສົນທະນາທີ່ໄດ້ດຳເນີນຢູ່ນະຄອນ Saint Petersburg ໄດ້ເປີດຊ່ອງທາງຕິດຕໍພົວພັນທີ່ຈຳເປັນ ເພື່ອໃຫ້ການນຳລັດເຊຍ ແລະ ອາເມລິກາ ອາດສາມາດແລກປ່ຽນຂໍ້ມູນຂ່າວສານໂດຍທາງອ້ອມໃນສະພາບການຄວາເຄັ່ງຕືງກ່ຽວກັບການປະທະກັນຢູ່ ຢູແກຼນ ສືບຕໍ່ເກີດຂຶ້ນ.
ວັງ Kremlin: ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ປະ​ທ​າ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທູດ​ພິ​ເສດ ອາ​ເມ​ລິ​ກາ ແມ່ນ​ມີ​ຜົນ​ປະ​ໂຫຍດ ແລະ ປະ​ສິດ​ທິ​ຜົນ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ (ພາບ:Reuters/TTXVN)

ວັນທີ 14 ເມສາ, ວັງ Kremlin ໄດ້ໃຫ້ຂໍ້ສັງເກດວ່າ ການພົບປະເມື່ອອາທິດຜ່ານມາລະຫວ່າງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ແມ່ນມີຜົນປະໂຫຍດ ແລະ ປະສິດທິຜົນທີ່ສຸດ. ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ການໂອ້ລົມສົນທະນາທີ່ໄດ້ດຳເນີນຢູ່ນະຄອນ Saint Petersburg ໄດ້ເປີດຊ່ອງທາງຕິດຕໍພົວພັນທີ່ຈຳເປັນ ເພື່ອໃຫ້ການນຳລັດເຊຍ ແລະ ອາເມລິກາ ອາດສາມາດແລກປ່ຽນຂໍ້ມູນຂ່າວສານໂດຍທາງອ້ອມໃນສະພາບການຄວາເຄັ່ງຕືງກ່ຽວກັບການປະທະກັນຢູ່ ຢູແກຼນ ສືບຕໍ່ເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ທ່ານ Dmitry Peskov ຢັ້ງຢືນວ່າທີ່ການພົບປະດັ່ງກ່າວ, ທ່ານປະທານາທິບໍດີ Putin ຍັງບໍ່ທັນປຶກສາຫາລືຢ່າງລະອຽດກ່ຽວກັບວຽກງານກະກຽມໃຫ້ແກ່ການພົບປະໃນໄລຍະຈະມາເຖິງກັບຄູ່ຕຳແໜ່ງທ່ານ Donald Trump. ເຈົ້າໜ້າທີ່ທ່ານນີ້ເນັ້ນໜັກວ່າ ບໍ່ວ່າການພົບປະໃດລະຫວ່າງການນຳສອງປະເທດກໍ່ຕ້ອງໄດ້ຮັບການກະກຽມຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ