ວັງ Kremlin: ອາ​ເມ​ລິ​ກາ ຍັງ​ຊອກ​ຫາ​ວິ​ທີ​ການ​ຈຳ​ກັດ ລັດ​ເຊຍ ພາຍຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ສອງ​ຝ່າຍ

(VOVWORLD) -ວັນທີ 21 ມິຖຸນາ,  ກ່າວຄຳເຫັນທີ່ສື່ສັງຄົມອອກລາຍ Telegram, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ກ່າວເຕືອນຖະແຫຼງການຂອງບັນດາເຈົ້າໜ້າທີ່ ອາເມລິກາ ກ່ຽວກັບບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ ລັດເຊຍ ແລະ ຖືວ່າ ການກະທຳນີ້ ແມ່ນຜິດກົດໝາຍ.
ວັງ Kremlin: ອາ​ເມ​ລິ​ກາ ຍັງ​ຊອກ​ຫາ​ວິ​ທີ​ການ​ຈຳ​ກັດ ລັດ​ເຊຍ ພາຍຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ສອງ​ຝ່າຍ - ảnh 1ການພົບປະສຸດຍອດລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

ວັນທີ 21 ມິຖຸນາ, ວັງ Kremlin ຖືວ່າ ການພົບປະທີ່ມີລັກສະນະສ້າງສັນ ທີ່ໄດ້ດຳເນີນເມື່ອອາທິດກ່ອນ ລະຫວ່າງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງ ອາເມລິກາ Joe Biden ບໍ່ອາດສະກັດກັ້ນ ເລື່ອງ ວໍຊິງຕັນ ສືບຕໍ່ຊອກຫາວິທີການຈຳກັດ ມົດສະກູ. ວັງ Kremlin ໄດ້ເນັ້ນໜັກວ່າ ສິ່ງສຳຄັນທີ່ສຸດໃນຈຸດເວລານີ້ແມ່ນ ສອງປະເທດມີການພົວພັນທີ່ແທດຈິງ.

ໃນຂະນະນັ້ນ, ວັນທີ 21 ມິຖຸນາ,  ກ່າວຄຳເຫັນທີ່ສື່ສັງຄົມອອກລາຍ Telegram, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ກ່າວເຕືອນຖະແຫຼງການຂອງບັນດາເຈົ້າໜ້າທີ່ ອາເມລິກາ ກ່ຽວກັບບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ ລັດເຊຍ ແລະ ຖືວ່າ ການກະທຳນີ້ ແມ່ນຜິດກົດໝາຍ.

ຖະແຫຼງການນີ້ໄດ້ຍົກອອກມາໃນສະພາບການ ເມື່ອວັນທີ 20 ມິຖຸນາ, ກ່າວຄຳເຫັນໃນຊ່ອງໂທລະພາບ CNN, ທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ “ພວມກະກຽມ ຄຳສັ່ງລົງໂທດໃໝ່” ເລັ່ງໃສ່ ລັດເຊຍ ຊຶ່ງກ່ຽວຂ້ອງເຖິງຂໍ້ກ່າວຫາ  ວາງຢາພິດ ຫົວໜ້າຝ່າຍຄ້ານ Alexei Navalny ທີ່ເຖິງວ່າ ຍາມໃດ ມົດສະກູ ກໍ່ໃຫ້ການປະຕິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ