ວົງການທະນາຍ ຄວາມສາມັກຄີກັນ ເພື່ອປະກອບສ່ວນ ສ້າງລັດແຫ່ງອຳ ນາດນິຕິບັນຍັດ

ວົງການທະນາຍ ຄວາມສາມັກຄີກັນ ເພື່ອປະກອບສ່ວນ ສ້າງລັດແຫ່ງອຳ ນາດນິຕິບັນຍັດ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບສະຫະພັນທະນາຍຄວາມຫວຽດນາມ
(ພາບ: VGP)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ ກັບສະຫະພັນ​ທະນາຍຄວາມ​ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນທີ 24/5, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ເນັ້ນ​ໜັກ​ວ່າ: ສະຫະພັນ​​ທະນາຍຄວາມ​ຫວຽດນາມ​ຄວນ​ປະຕິ​ບັດບົດບາດ​ເປັນ​ຊາຍ​ຄາ​ລວມ​ເຕົ້າ​ໂຮມ, ສ້າງ​ຄວາມສາມັກຄີ​​ໃນວົງ​ການ​ທະນາຍຄວາມ ພ້ອມ​ກັນ​ປະກອບສ່ວນ​ສ້າງ​ລັດ​ແຫ່ງ​ອຳນາດນິຕິບັນ​ຍັດ​ສັງຄົມ​ນິຍົມ, ປົກ​ປັກ​ຮັກສາ​ຍຸດຕິ​ທຳ, ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​​ໂຫຍ​ດອັນ​ຊອບ​ທຳຂອງ​ພົນລະ​​ເມືອງ​ເປັນ​ຢ່າງ​ດີ. ທ່ານ​ນາຍົກ​ລັດຖະມົນຕີ ກໍ​ສະ​ເໜີ​ວ່າ: ສະຫະພັນ​​ທະນາຍຄວາມ​ຫວຽດນາມ ຄວນ​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ກັບ​ບັນດາ​ສະຫະພັນ​ທະນາຍຄວາມ​ບັນດາ​ປະ​ເທດ, ພາກ​ພື້ນ ​ແລະ ສາກົນ, ອີງ​ໃສ່​ບັນດາ​ພະຍານຫຼັກ​ຖານປະຫວັດສາດ ​ແລະ ອີງ​ໃສ່​ກົດໝາຍ​ສາກົນ​ເພື່ອ​ເຮັດ​​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​​ໃຈ​ແຈ້ງ ​ແລະ ສະໜັບສະໜູນ​ຫຼັກ​ໝັ້ນ​ອັນ​ຊອບ​ທຳ ກ່ຽວ​ກັບ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ເວົ້າ​ວ່າ:

“ທາງ​ສະຫະພັນທັງ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ຍຸຕິ​ທຳ, ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ, ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ທະນາການ​ປະຊາທິປະ​​ໄຕ​ສັງຄົມ​ນິຍົມ, ລັດ​ແຫ່ງ​ອຳນາດ​ນິຕິບັນ​ຍັດ​ສັງ​ຄົມ​ນິຍົມ ​ເຊິ່ງສິດ​ອຳນາດ​​ແມ່ນ​ຂອງ​ປະຊາຊົນ, ​ໃນ​ນັ້ນມີ​ສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ, ສະຫະພັນ​ທັງ​ມີ​ສຽງ​ເວົ້າ​ເພື່ອ​ປົກ​ປັກ​ຮັກສາ​ພົນລະ​ເມືອງ, ສິດທິ​ມະນຸດ, ສິດ​ພົນລະ​ເມືອງ, ພ້ອມ​ທັງ​ເພື່ອນ​ມິດສາ​ກົນ​ກໍ​ເຂົ້າ​ໃຈຄວາມ​ກ້າວໜ້າ​ຂອງ​ສິດທິ​ສະ​ນຸດ, ສິດ​ພົນລະ​ເມືອງ​ຂອງ​ຫວຽດນາມ, ປະຕິ​ເສດ​ຕໍ່ບັນດາ​ທັດສະນະ​ທີ່​ເສກ​ສັນ​ປັ້ນ​ແຕ່ງ, ບໍ່​ຖືກຕ້ອງ​ກ່ຽວ​ກັບ​ພາບ​ພົດ​ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ