ວົງການນັກການເມືອງ ແລະ ສື່ມວນຊົນ ເຢຍລະມັນ ຕີລາຄາສູງບົດບາດຂອງ ຫວຽດນາມ ທີ່ກອງປະຊຸມສຸດຍອດ G20

(VOVWORLD) - ເລື່ອງ ຫວຽດນາມ ຖືກເຊີນເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດ G20 ທີ່ນະຄອນ Hamburg ດຳເນີນໃນລະຫວ່າງວັນທີ 07 – 08 ກໍລະກົດ, ໄດ້ຮັບການຕີລາຄາສູງຈາກວົງການນັກການເມືອງ ແລະ ສື່ມວນຊົນ ເຢຍລະມັນ
ວົງການນັກການເມືອງ ແລະ ສື່ມວນຊົນ ເຢຍລະມັນ ຕີລາຄາສູງບົດບາດຂອງ ຫວຽດນາມ ທີ່ກອງປະຊຸມສຸດຍອດ G20 - ảnh 1ການນຳເຂົ້າຮ່ວມ ກອງປະຊຸມສຸດຍອດ G20

ທ່ານ Rolf Mutzenich ສະມາຊິກສະພາແຫ່ງຊາດສະຫະພັນ ເຢຍລະມັນ ທັງເປັນຮອງຫົວໜ້າອົງການຮັບຜິດຊອບບັນດາບັນຫາສາກົນຂອງພັກປະຊາທິປະໄຕສັງຄົມ (SPD) ໃຫ້ຮູ້ວ່າ: ທ່ານມີຄວາມປິຕິຊົມຊື່ນເມື່ອ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນຖານະເປັນແຂກຖືກເຊີນ ຍ້ອນ ຫວຽດນາມ ມີທີ່ຕັ້ງພິເສດທີ່ພາກພື້ນ ອາຊຽນ. ຕາມທ່ານ Rolf Mutzenich ແລ້ວ, ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ APEC 2017 ມີບົດບາດສຳຄັນໃນການແບ່ງປັນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຊື່ງໄດ້ຍົກອອກຢູ່ກອງປະຊຸມສຸດຍອດ G20 ຄັ້ງນີ້.

        ມີທັດສະນະເຊັ່ນດຽວກັນກັບທ່ານ Rolf Mutzenich, ປອ Rodion Ebbighausen ນັກຂ່າວຊ່ອງໂທລະພາບ Deutsche Welle (ເຢຍລະມັນ) ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມສວມບົດບາດສຳຄັນສຳລັບພາກພື້ນ ອາຊຽນ ແລະ ກອງປະຊຸມສຸດຍອດ G20. ຫວຽດນາມ ມີກາລະໂອກາດ ເພື່ອສ້າງຕັ້ງບັນດາການພົວພັນຢ່າງແໜ້ນແຟ້ນ ແລະ ພັດທະນາກັບບັນດາປະເທດ G20     ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ