ວົງການນັກຊ່ຽວຊານຕີລາຄາວ່າຮູບແບບດຳເນີນທຸລະກິດ ຢູ່ຫວຽດນາມ ນັບມື້ນັບມີຄວາມດູດດື່ມ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດແຮງງານໃຫຍ່ທີ່ສຸດຢູ່ ອາຊຽນ
ວົງການນັກຊ່ຽວຊານຕີລາຄາວ່າຮູບແບບດຳເນີນທຸລະກິດ ຢູ່ຫວຽດນາມ ນັບມື້ນັບມີຄວາມດູດດື່ມ - ảnh 1(ພາບປະກອບ: TTXVN)

ເວັບໄຊ Vietnam Briefing ຂອງບໍລິສັດໃຫ້ຄຳປຶກສາການລົງທຶນ Dezan Shira & Associates ໃນວັນທີ 02 ມີນາ ໄດ້ລົງບົດຂຽນໂດຍມີຂໍ້ສັງເກດວ່າ ຫວຽດນາມ ນັບມື້ນັບກາຍເປັນສະຖານທີ່ດູດດຶ່ມສຳລັບຮູບແບບການດຳເນີນທຸລະກິດ ຍ້ອນຜູ້ບໍລິໂພກນັບມື້ນັບເພີ່ມຂຶ້ນ ແລະ ກຳລັງແຮງງານຂະຫຍັນຂັນເຄື່ອນ.

ຕາມບົດຂຽນແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດແຮງງານໃຫຍ່ທີ່ສຸດຢູ່ ອາຊຽນ, ມີແຮງງານປະມານ 56 ລ້ານຄົນ ແລະ ອັດຕາຜູ້ເຂົ້າຮ່ວມການອອກແຮງງານແມ່ນ 76%. ເຖິງຢ່າງໃດກໍ່ຕາມ, ຍ້ອນກຳລັງຜູ້ອອກແຮງງານຢູ່ ຫວຽດນາມ ພວມພັດທະນາ, ຈຶ່ງມີຄວາມຫຍຸ້ງຍາກບາງຢ່າງໃນການຊອກຫາຜູ້ອອກແຮງງານທີ່ມີສີມື, ຍ້ອນວ່າ ກຳລັງຜູ້ອອກແຮງງານທີ່ມີເຕັກນິກສູງມີແຕ່ 12% ເທົ່ານັ້ນ.

ເພື່ອແກ້ໄຂບັນດາສິ່ງທ້າທາຍໃນກຳລັງຜູ້ອອກແຮງານ, ລັດຖະບານ ຫວຽດນາມ ຖະແຫຼງວ່າ ຈະໃຫ້ບຸລິມະສິດດັດປັບຂະແໜງອຸດສາຫະກຳຕາມທິດດີຈີຕອນ ແລະ ປົວແປງຄວາມສາມາດໃນການສຳພັດກັບໂຄງການບຳລຸງສ້າງຢູ່ກັບທີ່ໃນຂົງເຂດນີ້. ຫວຽດນາມ ສົ່ງເສີມການປ່ຽນແປງໃໝ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ດຶງດູດການລົງທຶນຕ່າງປະເທດ, ຍ້ອນເຫດນັ້ນ, ເລື່ອງຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນປັດໃຈຕັດສິນໃນວິວັດທະນາການນຳປະເທດຊາດປ່ຽນແປງໃໝ່ດ້ານເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ