ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ຈີນ ຫວັງ​ວ່າ ການ​ພົວ​ພັນ​ສອ​ງ​ຝ​່າຍ​ຈະມີ​ສະ​ຖຽນ​ລະ​ພາບ

(VOVWORLD) -  ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ສະແດງຄວາມເຊື່ອໝັ້ນ ຕໍ່ການທູດໂດຍກົງ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ.
ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ຈີນ ຫວັງ​ວ່າ ການ​ພົວ​ພັນ​ສອ​ງ​ຝ​່າຍ​ຈະມີ​ສະ​ຖຽນ​ລະ​ພາບ - ảnh 1ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານຮອງປະທານປະເທດ ຈີນ Han Zhen (ພາບ: THX/TTXVN)

ວັນທີ 18 ກັນຍາ, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານຮອງປະທານປະເທດ ຈີນ Han Zheng ມີການພົບປະຢູ່ນອກກອງປະຊຸມຊຸດທີ 78 ຂອງ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ ປະເທດ ອາເມລິກາ, ໃນນັ້ນ, ສອງຝ່າຍໄດ້ສະແດງຄວາມຫວັງ ກ່ຽວກັບຄວາມສະຖຽນລະພາບກ່ວາອີກໃນການພົວພັນສອງຝ່າຍ. ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ສະແດງຄວາມເຊື່ອໝັ້ນ ຕໍ່ການທູດໂດຍກົງ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ. ທ່ານເນັ້ນໜັກວ່າ ການພົບປະຄັ້ງນີ້ແມ່ນໂອກາດ ເພື່ອສ້າງການພົວພັນໂດຍອີງຕາມບັນດາຄຳໝັ້ນສັນຍາລະດັບສູງຫວ່າງມໍ່ໆມານີ້ ເຊິ່ງສອງປະເທດຍົກອອກມາ. ຕາມເຈົ້າໜ້າທີ່ການທູດ ອາເມລິກາແລ້ວ, ການພົບປະເຈລະຈານີ້ແມ່ນເພື່ອແນໃສ່ຮັກສາການຕິດຕໍ່ພົວພັນຢ່າງເປີດເຜີຍ ແລະ ພິສູດໃຫ້ເຫັນການຄຸ້ມຄອງທີ່ມີຄວາມຮັບຜິດຊອບໃນການພົວພັນສອງປະເທດ.

ສ່ວນທ່ານຮອງປະທານປະເທດ ຈີນ Han Zheng ຖືວ່າ ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ. ຕາມທ່ານແລ້ວ, ການພົວພັນທີ່ມີສະຖຽນລະພາບ ແລະ ດີງາມລະຫວ່າງ ຈີນ ແລະ ອາເມລິກາ ຈະບໍ່ພຽງແຕ່ນຳຜົນປະໂຫຍດມາໃຫ້ທັງສອງປະເທດເທົ່ານັ້ນຫາກຍັງໃນທົ່ວໂລກ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ