ວັດທະນະທຳແລະສິນຄ້າຫວຽດນາມໄດ້ຮັບຄວາມນິຍົມຊົມຊອບຢູ່ເມກຊີໂກຊີຕີ

ວັດທະນະທຳແລະສິນຄ້າຫວຽດນາມໄດ້ຮັບຄວາມນິຍົມຊົມຊອບຢູ່ເມກຊີໂກຊີຕີ - ảnh 1
ຮ້ານ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ
(ພາບ: Việt Hòa/Vietnam+)

(vovworld) –  ຊຸ​ດ​​ເສື້ອ​ຍາວ, ກຸບ, ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ, ເຄື່ອງ​ຕຳ​່​ແຜ່ນ​ຕັດ​ຫຍິບ…ຂອງ ຫວຽດ​ນາມ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ເພື່ອນ​ມິດ ເມກ​ຊີ​ໂກ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ທີ່​ງານ​ຕະຫຼາດ​ນັດ “ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ເພື່ອນ​ມິດ” ຄັ້ງ​ທີ 6 ພວມ​ດຳ​ເນີນ​ໄປ​ຢູ່​ນະ​ຄອນຫຼວງ ເມກ​ຊີ​ໂກ ຊີ​ຕີ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 94 ປະ​ເທດ​ໃນ​ໂລກ. ໃນ​ເວ​ລາ​ດຳ​ເນີນ​ເຫດ​ການ​ວັດ​ທະ​ນະ​ທຳ​ໃຫຍ່ນີ້, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ເມກ​ຊີ​ໂກ ຍັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຕ່າງໆ​ໃນ​ນັ້ນ​ມີ​ການ​ສະ​ແດງ​ຊຸດ​​ເສື້ອຍາວ​ຂອງ​ຊາວ​ໜຸ່ມ, ນັກ​ສຶກ​ສາ, ສາຍ​ຟິມ​ຮູບ​ເງົາ ແລະ ວາງ​ສະ​ແດງ​ຮູບ​ຖ່າຍ​ກ່ຽວ​ກັບ​ປະ​ເທດ​ຊາດ, ວັ​ດ​ທະ​ນະ​ທຳ ແລະ ປະ​ຊາ​ຊົ​ນ ຫວຽດ​ນາມ ກໍ່​ຄື​ແນະ​ນຳ​ສິ່ງ​ພິມ​ສ່ອງ​ແສງ​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ​ ພາ​ຍຫຼັງ 20 ປີ​ແຫ່ງ​ການ​ປ່​ຽນ​ໃໝ່ ແລະ ປະ​ຕິ​ບັດ​ການ​ຫັນ​ປະ​ເທດ​​ຊາດເປັນ​ອຸດ​ສາ​ຫະ​ກຳ - ທັນ​ສ​ະ​ໄໝ.


ຂ່າວ/ບົດ​ອື່ນ