ວິທະຍຸກະຈາຍສຽງຫວຽດນາມ ແລະ ກຸ່ມບໍລິສັດສື່ສານ Kansai TV ຍີ່ປຸ່ນ ຮ່ວມມືກັນຜະລິດລາຍການ “ພະເນຈອນພ້ອມກັບ Gulliver” ພາກທີ 2

(VOVWORLD) -ລາຍການໂທລະພາບ “ພະເນຈອນພ້ອມກັບ Gulliver” ພາກທີ 2 ແມ່ນໂຄງການຮ່ວມມືລະຫວ່າງຊ່່ອງໂທລະພາບວັດທະນະທໍາ - ການທ່ອງທ່ຽວຫວຽດນາມ Journey ຂຶ້ນກັບ ວິທະຍຸກະຈາຍສຽງຫວຽດນາມ ແລະ ກຸ່ມບໍບິສັດສື່ສານ Kansai TV ຂອງຍີ່ປຸ່ນ ນັບແຕ່ປີ 2017

ຕອນບ່າຍວັນທີ 13 ກໍລະກົດ, ຢູ່ສໍານັກງານວິທະຍຸກະຈາຍສຽງຫວຽດນາມ, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີລົງນາມໃນສັນຍາວ່າດ້ວຍການຮ່ວມມື ຜະລິດລາຍການ “ພະເນຈອນພ້ອມກັບ Gulliver” ພາກທີ 2 ລະຫວ່າງ ຊ່ອງໂທລະພາບ  ວັດທະນະທໍາ - ທ່ອງທ່ຽວ ຫວຽດນາມ Journey ຂຶ້ນກັບ ວິທະຍຸກະຈາຍສຽງຫວຽດນາມ ແລະ ກຸ່ມບໍລິສັດສື່ສານ Kansai TV ຍີ່ປຸ່ນ.

ວິທະຍຸກະຈາຍສຽງຫວຽດນາມ ແລະ ກຸ່ມບໍລິສັດສື່ສານ Kansai TV ຍີ່ປຸ່ນ	 ຮ່ວມມືກັນຜະລິດລາຍການ “ພະເນຈອນພ້ອມກັບ Gulliver” ພາກທີ 2 - ảnh 1 ທ່ານ ໂງມິງຫຽນ, ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ 

ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານ ໂງມິງຫຽນ, ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຫວັງວ່າ ບັນດານັກຊ່ຽວຊານ, ບັນດາບໍລິສັດຜະລິດຂອງກຸ່ມບໍລິສັດສື່ສານ Kansai TV ຈະໜູນຊ່ວຍ, ສົມທົບກັບ ກຸ່ມຜະລິດລາຍການຂອງວິທະຍຸກະຈາຍສຽງຫວຽດນາມ ຢ່າງຄ່ອງແຄ້ວ ໃນການຜະລິດລາຍການ “ພະເນຈອນພ້ອມກັບ Gulliver” ພາກທີ 2 ນີ້. ທ່ານກ່າວວ່າ:

“ຂ້າພະເຈົ້າເຊື່ອໝັ້ນວ່າ ລາຍການ “ພະເນຈອນພ້ອມກັບ Gulliver” ພາກທີ 2 ຈະປະສົບຜົນສໍາເລັດຢ່າງຈົບງາມ. ຂ້າພະເຈົ້າຍັງດໍາເນີນບັ້ນໂຄສະນາສື່ສານໃຫ້ແກ່ລາຍການນີ້ຜ່ານສື່ຕ່າງໆຂອງ ວິທະຍຸກະຈາຍສຽງຫວຽດນາມ ເພື່ອໃຫ້ ມະຫາຊົນຫວຽດນາມ ຮູ້ຈັກເຖິງລາຍການນີ້ຫຼາຍທີ່ສຸດ ແລະ ມີການຕອບກັບຢ່າງຕັ້ງໜ້າ ກ່ຽວກັບລາຍການ ແລະ ພວກເຮົາຈະຜະລິດບັນດາພາກຕໍ່ໄປໃຫ້ດີກວ່າອີກ”.

ລາຍການໂທລະພາບ “ພະເນຈອນພ້ອມກັບ Gulliver” ພາກທີ 2 ແມ່ນໂຄງການຮ່ວມມືລະຫວ່າງຊ່່ອງໂທລະພາບວັດທະນະທໍາ - ການທ່ອງທ່ຽວຫວຽດນາມ Journey ຂຶ້ນກັບ ວິທະຍຸກະຈາຍສຽງຫວຽດນາມ ແລະ ກຸ່ມບໍບິສັດສື່ສານ Kansai TV ຂອງຍີ່ປຸ່ນ ນັບແຕ່ປີ 2017. ໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ຊຸກຍູ້ສອງຝ່າຍ ສືບຕໍ່ເຊັ່ນສັນຍາຜະລິດລາຍການ ພາກທີ 2 ດ້ວຍບັນດາມາດຕາຜູກພັນຢ່າງແໜ້ນແຟ້ນ ແລະ ແທດຈິງ. 

ຕອບກັບ

ຂ່າວ/ບົດ​ອື່ນ